ໂດຍຕາງໜ້າຄະນະຫວຽດນາມ, ທ່ານພັນເອກພິເສດ ຫງວຽນຫວ໊ຽດທວນ ຢືນຢັນວ່າ: “ໃນຊຸມປີຜ່ານມາ, ການພົວພັນລະຫວ່າງສອງປະເທດໄດ້ ແລະກຳລັງພັດທະນາອັນດີງາມໃນທຸກຂົງເຂດ. ຫວຽດນາມ ແລະຟິລິບປິນ ຍາມໃດກໍ່ສະໜັບສະໜູນເຊິ່ງກັນ ແລະກັນ ແລະມີທັດສະນະລວມກ່ຽວກັບຫຼາຍບັນຫາໃນພາກພື້ນ ແລະສາກົນ. ການພົວພັນຮ່ວມມືລະຫວ່າງທະຫານເຮືອສອງປະເທດກໍ່ມີຄວາມກ້າວໜ້າຫຼາຍຢ່າງບົນພື້ນຖານບົດບັນທຶກຊ່ວຍຈຳກ່ຽວກັບການເພີ່ມທະວີການຮ່ວມມືສອງຝ່າຍ ແລະແບ່ງປັນຂໍ້ມູນຂ່າວສານ. ກົນໄກພົບປະແລກປ່ຽນບຸກຄະລາກອນໄດ້ສ້າງເງື່ອນໄຂເປັນຢ່າງດີເພື່ອໃຫ້ທະຫານເຮືອສອງປະເທດພົບປະແລກປ່ຽນ, ແບ່ງປັນບົດຮຽນໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນກວ່າອີກ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງທະຫານເຮືອເວົ້າສະເພາະ ແລະກອງທັບສອງປະເທດເວົ້າລວມ”.

ພາຍຫຼັງພິທີໄຂ, ສອງຄະນະໄດ້ດຳເນີນບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳສິລະປະ ແລະແຂ່ງຂັນກິລາມິດຕະພາບ ຄື: ເຕະບານ, ບານສົ່ງ, ດຶງເຊືອກ...

leftcenterrightdel
 
leftcenterrightdel
ສອງຄະນະພົບປະ ແລະແລກປ່ຽນຂໍ້ມູນຂ່າວສານ. ພາບ: ຫຶວເຢືອງ.
leftcenterrightdel
 
leftcenterrightdel
ເຄົາລົບທຸງຊາດໃນພິທີໄຂງານພົບປະແລກປ່ຽນ. ພາບ: ຫຶວເຢືອງ.
leftcenterrightdel
 
leftcenterrightdel
ການເຄື່ອນໄຫວພົບປະແລກປ່ຽນສິລະປະ, ແຂ່ງຂັນກິລາມິດຕະພາບ. ພາບ: ຫຶວເຢືອງ.
leftcenterrightdel
 
leftcenterrightdel
ສອງຄະນະຖ່າຍຮູບເປັນທີ່ລະນຶກ. ພາບ: ຫຶວເຢືອງ.

ໂດຍ: ວຽງຄຳ