leftcenterrightdel
ທ່ານພົນຈັດຕະວາ ຈີ້ງຮວ່າງຮຽບ, ຫົວໜ້າວິທະຍາຄານປ້ອງກັນຊາຍແດນ ກ່າວຄໍາເຫັນທີ່ພິທີປິດຊຸດຝຶກອົບຮົມ. ພາບ: bienphong.com.vn.

ໃນຊຸດຝຶກອົບຮົມ, ບັນດາພະນັກງານກອງທັບປະຊາຊົນລາວ ຍັງໄປຄົ້ນຄວ້າ, ທັດສະນະສຶກສາຕົວຈິງຢູ່ບາງອົງການ ແລະກົມກອງໃນກໍາລັງທະຫານຊາຍແດນ ແລະກອງທັບປະຊາຊົນຫວຽດນາມ, ຜ່ານນັ້ນຊ່ວຍຍົກສູງລະດັບຄວາມຮູ້, ທັກສະວິຊາການ ແລະເພີ່ມທະວີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າອີກກ່ຽວກັບປະເທດຊາດ ແລະຊາວຫວຽດນາມ.

leftcenterrightdel
ທ່ານພົນຈັດຕະວາ ຈີ້ງຮວ່າງຮຽບ ມອບໃບຢ້ັງຢືນໃຫ້ແກ່ບັນດານັກສໍາມະນາກອນຂອງຊຸດຝຶກອົບຮົມ. ພາບ: bienphong.com.vn.

ກ່າວຄໍາເຫັນທີ່ພິທີປິດ, ທ່ານພົນຈັດຕະວາ ຈີ້ງຮວ່າງຮຽບ ຢັ້ງຢືນວ່າ, ຜົນສໍາເລັດຂອງຊຸດຝຶກອົບຮົມສະແດງໃຫ້ເຫັນຈິດໃຈ, ຄວາມຮັບຜິດຊອບ, ນໍ້າໃຈສາມັກຄີ, ຄວາມເຂົ້າໃຈ ເຊິ່ງກັນ ແລະກັນຂອງພະນັກງານປ້ອງກັນຊາຍແດນສອງປະເທດ, ປະກອບສ່ວນເຮັດໃຫ້ມູນເຊື້ອສາມັກຄີ, ມິດຕະພາບແບບພິເສດ, ນໍ້າໃຈສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ອ້າຍນ້ອງ ນັບມື້ນັບເລິກເຊິ່ງກວ່າອີກ.

ໂດຍ: ທູຈາງ