ທີ່ກອງປະຊຸມ, ການນຳບັນດາອົງການ, ກົມກອງທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດໄດ້ລາຍງານຕໍ່ທ່ານພົນໂທ ຫງວຽນຈິວິ້ງ ກ່ຽວກັບຄວາມຄືບໜ້າໃນການຜັນຂະຫຍາຍວຽກງານກະກຽມ ຄື: ສະຖານທີ່, ບັນດາລາຍການຮັບໃຊ້ໃຫ້ແກ່ການພົບປະ ແລກປ່ຽນ, ແຜນການຮັບປະກັນຄວາມສະຫງົບ, ວຽກງານໂຄສະນາ...

leftcenterrightdel
ການເຄື່ອນໄຫວໃນງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຊາຍແດນຫວຽດນາມ - ຈີນ ປີ 2016. ພາບ: ຈ້ອງຫາຍ.

ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈິວິ້ງ ເນັ້ນໜັກວ່າ, ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຊາຍແດນຫວຽດນາມ - ຈີນ ແມ່ນເຫດການທີ່ມີຄວາມໝາຍສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະ ແລະການພົວພັນຫວຽດນາມ - ຈີນ ເວົ້າລວມ. ສະນັ້ນ, ບັນດາອົງການ, ກົມກອງກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຄວນເປັນເຈົ້າການສົມທົບກັບອຳນາດການປົກຄອງທ້ອງຖິ່ນເພື່ອສືບຕໍ່ກວດກາຄືນ, ຍູ້ໄວຄວາມຄືບໜ້າການປະຕິບັດວຽກງານກະກຽມ, ຮັບປະກັນລາຍການໃຫ້ແກ່ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຊາຍແດນຫວຽດນາມ - ຈີນ ຄັ້ງທີ 5 ໄດ້ດໍາເນີນປະສົບຜົນສໍາເລັດ, ມີຄວາມປອດໄພ.

ໂດຍ: ວຽງຄຳ