ກອງປະຊຸມປີນີ້ມີການເຂົ້າຮ່ວມຂອງ 125 ຄະນະຜູ້ແທນທີ່ມາຈາກ 80 ປະເທດ, 5 ອົງການຈັດຕັ້ງສາກົນ ແລະພາກພື້ນ. ໂຄງການດໍາເນີນງານຂອງກອງປະຊຸມລວມມີວາລະປະຊຸມຄົບຄະນະ ແລະບັນດາວາລະປະຊຸມຕາມຫົວຂໍ້, ຕາມນັ້ນແລ້ວກອງປະຊຸມສຸມໃສ່ປຶກສາຫາລືບັນດາບັນຫາທີ່ຮີບດ່ວນກ່ຽວກັບການກໍ່ການຮ້າຍສາກົນ, ຄວາມໝັ້ນຄົງ, ຄວາມປອດໄພດ້ານຂໍ້ມູນຂ່າວສານ ແລະຮັບປະກັນຄວາມໝັ້ນຄົງໃຫ້ບັນດາເຫດການສາກົນທີ່ມີຂອບຂະໜາດໃຫຍ່.

leftcenterrightdel
ທ່ານພົນໂທ ເລຈຽມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: tuoitre.vn.

ກອງປະຊຸມໄດ້ຮັບຮອງເອົາແຈ້ງການຮ່ວມ ແລະຖະແຫຼງການຮ່ວມ, ຕາມນັ້ນແລ້ວສະໜັບສະໜູນບັນດາມະຕິຂອງສະຫະປະຊາຊາດກ່ຽວກັບການຕ້ານການກໍ່ການຮ້າຍ, ຮຽກຮ້ອງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານສືບຂ່າວຕ້ານການກໍ່ການຮ້າຍຜ່ານທະນາຄານຖານຂໍ້ມູນສາກົນ...

ເລື່ອງຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ພິສູດໃຫ້ເຫັນການພົວພັນຮ່ວມມືນັບມື້ນັບມີປະສິດທິຜົນລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະອົງການປ້ອງກັນຄວາມສະຫງົບສະຫະພັນລັດເຊຍ; ສະແດງໃຫ້ເຫັນວ່າຝ່າຍລັດເຊຍ ຖືເປັນສໍາຄັນບົດບາດຂອງກະຊວງປ້ອງກັນປະເທດຫວຽດນາມ ແລະເຈດຕະນາດີຂອງຫວຽດນາມ ໃນການສະໜັບສະໜູນບັນດາຂໍ້ລິເລີ່ມຫຼາຍຝ່າຍຂອງລັດເຊຍ, ຜ່ານນັ້ນປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ.

ໂດຍ: ຫງວຽນກຸກ