ຕອນບ່າຍວັນທີ 8 ພະຈິກ, ທ່ານ Christopher Pyne ໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ ໂງຊວນລິກ. ພາຍຫຼັງພິທີຕ້ອນຮັບ, ລັດຖະມົນຕີສອງທ່ານໄດ້ລົງນາມໃນຖະແຫຼງການວິໄສທັດຮ່ວມກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ອົດສະຕາລີ ແລະດໍາເນີນການເຈລະຈາ.

leftcenterrightdel
ພິທີຕ້ອນຮັບທ່ານພົນເອກ ໂງຊວນລິກ. ພາບ: ທູຈາງ.

ລັດຖະມົນຕີສອງທ່ານກໍ່ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດ ແລະແລກປ່ຽນບັນຫາຄວາມໝັ້ນຄົງຢູ່ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ສອງຝ່າຍໄດ້ຕີລາຄາສູງໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ. ລັດຖະມົນຕີສອງທ່ານໄດ້ຕີລາຄາສູງການທາບທາມຄໍາເຫັນ ແລະການສົມທົບກັນຢູ່ບັນດາເວທີປາໄສປ້ອງກັນຊາດຫຼາຍຝ່າຍຢູ່ພາກພື້ນ, ພິເສດແມ່ນໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນເປີດກວ້າງ (ADMM+).

leftcenterrightdel
 
leftcenterrightdel
ລັດຖະມົນຕີສອງທ່ານລົງນາມໃນຖະແຫຼງການວິໄສທັດຮ່ວມກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ອົດສະຕາລີ. ພາບ: ທູຈາງ.

ກ່ຽວກັບທິດທາງໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສຸມໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ຄື: ແລກປ່ຽນຄະນະຜູ້ແທນຂັ້ນສູງ; ເຈລະຈາ - ທາບທາມຄໍາເຫັນ, ບໍາລຸງສ້າງ; ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ; ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ແລກປ່ຽນບົດຮຽນໃນການຕ້ານການກໍ່ການຮ້າຍ; ແບ່ງປັນຂໍ້ມູນຂ່າວສານ ແລະຄວາມປອດໄພທາງການບິນ...

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: ທູຈາງ.

ທ່ານພົນເອກ ໂງຊວນລິກ ສະແດງຄວາມປາດຖະໜາວ່າອົດສະຕາລີ ສະໜັບສະໜູນຫວຽດນາມ ຈັດຕັ້ງບັນດາເຫດການດ້ານປ້ອງກັນຊາດ - ການທະຫານໃນປີ 2020 ສຳເລັດຜົນເມື່ອຫວຽດນາມ ຮັບດໍາລົງຕໍາແໜ່ງເປັນປະທານອາຊຽນ. ນອກຈາກນັ້ນ, ທ່ານພົນເອກ ໂງຊວນລິກ ກໍ່ສະເໜີກະຊວງປ້ອງກັນປະເທດອົດສະຕາລີ ສະໜັບສະໜູນເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຕາມຂອບເຂດບົດບັນທຶກຊ່ວຍຈຳກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກຫຼັງສົງຄາມເຊິ່ງກະຊວງການຕ່າງປະເທດ ແລະການຄ້າອົດສະຕາລີ ໄດ້ລົງນາມກັບໂຄງການ 504 ຂອງລັດຖະບານຫວຽດນາມ ໃນເດືອນມີນາ 2015.

ກ່ຽວກັບບັນຫາຢູ່ທະເລ, ລັດຖະມົນຕີສອງທ່ານໄດ້ຕີລາຄາສູງຄວາມສໍາຄັນຂອງຄວາມໝັ້ນຄົງ - ຄວາມປອດໄພ ແລະຄວາມເສລີໃນເດີນທະເລ, ການບິນຢູ່ພາກພື້ນ, ເຫັນດີເປັນເອກະພາບນຳກັນວ່າບັນດາການຂັດແຍ້ງກັນຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

ໂດຍ: ທະນາພອນ