ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ຊົມເຊີຍອາເມລິກາ  ຮ່ວມມືສອງຝ່າຍໃນການເຄື່ອນໄຫວລ້າງພິດສິ່ງແວດລ້ອມຖືກມົນລະພິດດີໂອຊີນ ຢູ່ຫວຽດນາມ ໃນໄລຍະຜ່ານມາ; ພ້ອມທັງຢືນຢັນ, ຫວຽດນາມ ສືບຕໍ່ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໃນນັ້ນມີການລ້າງພິດສິ່ງແວດລ້ອມຖືກມົນລະພິດດີໂອຊີນ, ພິເສດແມ່ນເຂດຖືກມົນລະພິດດີໂອຊີນ ຢູ່ສະໜາມບິນບຽນຮວ່າ, ພ້ອມທັງສະເໜີອາເມລິກາ ຕັ້ງໜ້າຮ່ວມມືກັບຫວຽດນາມຜັນຂະຫຍາຍ ແລະປະຕິບັດສໍາເລັດໂຄງການລ້າງພິດສິ່ງແວດລ້ອມຖືກມົນລະພິດດີໂອຊີນ ຢູ່ເຂດສະໜາມບິນບຽນຮວ່າ ໂດຍໄວ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ຕ້ອນຮັບທ່ານ James Mattis ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ. ພາບ: qdnd.vn.

ທ່ານ James Mattis ຢັ້ງຢືນຄໍາໝັ້ນສັນຍາພ້ອມກັບກະຊວງປ້ອງກັນປະເທດຫວຽດນາມ ສືບຕໍ່ປະຕິບັດບັນດາເນື້ອໃນຮ່ວມມືລະຫວ່າງສອງຝ່າຍທີ່ໄດ້ລົງນາມ, ພ້ອມທັງເນັ້ນໜັກວ່າໝາກຜົນຂອງການຢ້ຽມຢາມຫວຽດນາມໃນຄັ້ງນີ້ ເປັນພື້ນຖານເພື່ອລາຍງານຕໍ່ລັດຖະບານ ແລະສະພາແຫ່ງຊາດອາເມລິກາ ຊຸກຍູ້ບັນດາການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພິເສດແມ່ນການກໍາຈັດມົນລະພິດດີໂອຊີນທີ່ບັນດາສະໜາມບິນຢູ່ຫວຽດນາມ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານ James Mattis ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ. ພາບ: qdnd.vn.

ທີ່ການຕ້ອນຮັບ, ສອງຝ່າຍພ້ອມກັນໃຫ້ຄໍາໝັ້ນສັນຍາຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນບັນດາຂົງເຂດ: ຄວາມໝັ້ນຄົງໃນການເດີນທະເລ, ກູ້ໄພພິບັດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໜູນຊ່ວຍມະນຸດສະທໍາ, ບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ...

ໂດຍ: ທູຈາງ