ທ່ານພົນໂທ ຫງວຽນຈີ໋ວີ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ໄດ້ລະດົມກໍາລັງໃຈ, ສົ່ງພະນັກງານ,  ແພດໝໍຂອງໂຮງໝໍສະໜາມຂັ້ນ 2 ເລກ 1.

leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວີ້ງ ສົ່ງພະນັກງານ, ແພດໝໍຂອງໂຮງໝໍສະໜາມຂັ້ນ 2 ເລກ 1 ຂຶ້ນເຮືອບິນ. ພາບ: ມິງກຽນ.

ທ່ານພັນເອກພິເສດ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ລາຍງານວຽກງານຜັນຂະຫຍາຍໃຫ້ການອອກເດີນທາງ ຄັ້ງທີ 2 ແມ່ນໄດ້ກະກຽມຢ່າງຮອບຄອບຖີ່ຖ້ວນ, ພະນັກງານ, ນັກຮົບລ້ວນແຕ່ມີຄວາມອຸ່ນອ່ຽນໃຈ, ສະແດງໃຫ້ເຫັນຄວາມຕັດສິນໃຈສູງ ແລະກຽມພ້ອມປະຕິບັດໜ້າທີ່ເມື່ອມີໜ້າຢູ່ຊູດັງໃຕ້.

leftcenterrightdel
ບັນດາຜູ້ແທນຖ່າຍຮູບທີ່ລະນຶກພ້ອມດ້ວຍບັນດາພະນັກງານ, ແພດໝໍຂອງໂຮງໝໍສະໜາມຂັ້ນ 2 ເລກ 1. ພາບ: ມິງກຽນ.

ທ່ານພົນໂທ ຫງວຽນຈີ໋ວີ້ງ ຮຽກຮ້ອງໃຫ້ກົມຮັກສາສັນຕິພາບຫວຽດນາມ ຄວນເອົາໃຈໃສ່ເປັນພິເສດເຖິງວຽກງານແນວຫຼັງຂອງກອງທັບ, ກຳແໜ້ນ, ເອົາໃຈໃສ່ເປັນປະຈຳເຖິງບັນດາຄອບຄົວຂອງພະນັກງານ, ແພດໝໍທີ່ພວມປະຕິບັດໜ້າທີ່ຢູ່ຊູດັງໃຕ້. ການອອກເດີນທາງໃນຄັ້ງນີ້, ເມື່ອໄປຮອດຊູດັງໃຕ້, ພະນັກງານ, ແພດໝໍຕ້ອງມີຄວາມມານະພະຍາຍາມສູງສຸດ, ພ້ອມກັບກໍາລັງທີ່ໄດ້ອອກເດີນທາງ ຄັ້ງທີ 1 ດໍາລົງຊີວິດເປັນປົກກະຕິໂດຍໄວ, ຜັນຂະຫຍາຍໜ້າທີ່ເຊິ່ງໄດ້ຮັບມອບໝາຍ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ; ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດສໍາເລັດໜ້າທີ່ຢູ່ບໍລິເວນທີ່ຫ່າງໄກຈາກປະເທດຊາດເປັນຢ່າງດີ, ສົມກັບຄວາມເຊື່ອໝັ້ນຂອງພັກ, ລັດ, ກອງທັບ ແລະປະຊາຊົນທ່ົວປະເທດ; ຮັກສາ ແລະເສີມຂະຫຍາຍມູນເຊື້ອ, ຮູບພາບທະຫານລຸງໂຮ່ ໃນໃຈເພື່ອນມິດສາກົນ.

ໂດຍ: ທູຈາງ