leftcenterrightdel
ກໍາປັ່ນຕໍາຫຼວດທະເລໝາຍເລກ 8001 ໃນການເດີນທາງຢ້ຽມຢາມ. ພາບ: ຮຸ່ງຄວາ.

ໃນໄລຍະຢ້ຽມຢາມ, ພົບປະແລກປ່ຽນກັບກໍາລັງປ້ອງກັນຝັ່ງທະເລ ເຂດທາງທິດຕາເວັນອອກຂອງອິນເດຍ, ຄະນະປະຕິບັດງານຂອງກໍາປັ່ນຕໍາຫຼວດທະເລໝາຍເລກ 8001 ໄດ້ສໍາເລັດຫຼາຍເນື້ອໃນສໍາຄັນ ຄື: ເຂົ້າຢ້ຽມຂໍ່ານັບກອງບັນຊາການກໍາລັງປ້ອງກັນຝັ່ງທະເລ ເຂດທາງທິດຕາເວັນອອກຂອງອິນເດຍ, ດໍາເນີນການໂອ້ລົມສົນທະນາ, ແລກປ່ຽນບັນດາບັນຫາທີ່ກ່ຽວຂ້ອງເຖິງການເດີນທາງຂອງກໍາປັ່ນຕໍາຫຼວດທະເລໝາຍເລກ 8001. ບັນດາມາດຕະການຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງສອງຝ່າຍໃນໜ້າທີ່ປະຕິບັດກົດໝາຍບົນທະເລ, ຢ້ຽມຊົມສູນຊອກຫາກູ້ໄພກູ້ຊີບ Chennai, ຢ້ຽມຊົມກໍາປັ່ນ Shaurya…

leftcenterrightdel
ການນໍາກອງບັນຊາການຕໍາຫຼວດທະເລເຂດ 3 ຂໍ່ານັບຮັບຕ້ອນຄະນະປະຕິບັດງານກັບຄືນ. ພາບ: ຮຸ່ງຄວາ.
leftcenterrightdel
ຄະນະປະຕິບັດງານຂອງກໍາປັ່ນຕໍາຫຼວດທະເລໝາຍເລກ 8001 ຖ່າຍຮູບຢູ່ທ່າກໍາປັ່ນກອງບັນຊາການຕໍາຫຼວດທະເລເຂດ 3 ຢູ່ ຫວຸງເຕົ່າ. ພາບ: ຮຸ່ງຄວາ.

ພິເສດ, ກໍາປັ່ນຕໍາຫຼວດທະເລໝາຍເລກ 8001 ໄດ້ປະຕິບັດສໍາເລັດໜ້າທີ່ສົມທົບກັນຝຶກແອບຮ່ວມໃນວຽກງານກູ້ໄພກູ້ຊີບ... ນອກຈາກນັ້ນ, ສອງຝ່າຍຍັງຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາສິລະປະ, ກິລາກາຍຍະກໍາ, ຢ້ຽມຊົມກໍາປັ່ນຂອງກັນ, ຮັບປະກັນສາຍຈິດມິດໃຈ, ຄວາມສາມັກຄີ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ.

ໂດຍ: ທູຈາງ