leftcenterrightdel
ທ່ານພົນເອກ ໂງຊວນລິກ ຕ້ອນຮັບທ່ານ Tom Hamilton. ພາບ: ຮວ່າງຫວູ.

ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ເຊື່ອໝັ້ນວ່າ, ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍລະຫວ່າງສອງປະເທດກວ່າອີກ. ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ, ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພົວພັນດ້ານປ້ອງກັນຊາດກັບອົດສະຕາລີ. ຖືວ່າຄວາມສາມາດບົ່ມຊ້ອນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່, ທ່ານພົນເອກ ໂງຊວນລິກ ຢືນຢັນວ່າ, ຫວຽດນາມປາດຖະໜາຢາກຊຸກຍູ້ການພົວພັນນີ້ກັບອົດສະຕາລີ ໃຫ້ຫຼາຍກວ່າອີກ.

ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Tom Hamilton ໄດ້ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອົດສະຕາລີ ຄັ້ງທີ 2.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ແລະທ່ານ Tom Hamilton ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອົດສະຕາລີ ຄັ້ງທີ 2. ພາບ: ຮວ່າງຫວູ.

ທ່ານພົນໂທ ຫງວຽນຈີ໊ວິ້ງ ແລະທ່ານ Tom Hamilton ເຫັນດີເປັນເອກະພາບນຳກັນວ່າ, ໃນໄລຍະຈະມາເຖິງ, ກອງທັບປະຊາຊົນຫວຽດນາມ ແລະອົດສະຕາລີ ຈະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງແທດຈິງ, ມີປະສິດທິຜົນຕາມເນື້ອໃນຈິດໃຈຂອງບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດທີ່ໄດ້ລົງນາມ, ໃນນັ້ນສຸມໃສ່ເຂົ້າໃນການແລກປ່ຽນຄະນະຜູ້ແທນຂັ້ນສູງ, ເພີ່ມທະວີການຮ່ວມມືບຳລຸງສ້າງທັງປະລິມານ ແລະຄຸນນະພາບ, ແລກປ່ຽນບົດຮຽນໃນຂົງເຂດຮັກສາສັນຕິພາບຂອງສະຫະປະຊາຊາດ.

ໂດຍ: ສົມເພັດ