​ທ່ານ ຖາວອນ ພົມມະໄລລຸນ  ໄດ້​ສະ​ແດງ​ຄວາມ​ຍິນ​ດີຕ້ອນຮັບ  ​ແລະຊົມ​ເຊີຍ​ການ​ມາ​ຢ້ຽມຢາມ ​ແລະ​ເຄື່ອນ​ໄຫວ​ເຮັດ​ວຽກຢູ່ແຂວງເຊກອງ ຂອງ​ທ່ານ ຟ້າມຫງັອກຟູ໋  ພ້ອມ​ຄະນະ​ໃນ​ຄັ້ງ​ນີ້ພ້ອມ​ທັງ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນຮ່ວມ​ມື​ລະຫວ່າງແຂວງເຊກອງ ​ແລະແຂວງກອນຕູມ  ​ເຊິ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງແຂວງເຊກອງ  ​ແລະ​ແຂວງກອນຕູມ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ  ແລະໄດ້ມີ​ບາດກ້າວ​ເຕີບ​ໃຫຍ່​ຂະຫຍາຍຕົວ​ເປັນ​ກ້າວໆ ​ແລະສືບຕໍ່ໃນການສະໜັບສະໜູນ,  ຊ່ວຍເຫລືອເຊິ່ງກັນ  ແລະກັນຕະຫລອດໄປໂດຍສະເພາະແມ່ນການພົວພັນຮ່ວມມືວຽກງານຊາຍແດນຂອງສອງແຂວງໃຫ້ມີຄວາມສະຫງົບປອດໄພ,  ມີຄວາມເປັນລະບຽບຮຽບຮ້ອຍ  ແລະມີຄວາມຜາສຸກ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: kpl.gov.la

ທີ່ການຕ້ອນຮັບ, ທ່ານ  ຟ້າມຫງັອກຟູ໋  ກໍໄດ້ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈຕໍ່​ການ​ຕ້ອນຮັບຂອງ​ທ່ານ​ຄະນະປະຈໍາພັກແຂວງເຊກອງ ພ້ອມ​ທັງແຈ້ງ​​ຜົນສຳ​ເລັດ​ຂອງ​ການ​ມາ​ເຄື່ອນ​ໄຫວຢ້ຽມຢາມ  ​ແລະ​ເຮັດ​ວຽກຢູ່ ສປປ ລາວ ກໍຄືແຂວງເຊກອງ ​ໃນ​ຄັ້ງ​ນີ້ພ້ອມທັງ​ໄດ້ຢືນຢັນວ່າ:  ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ສາ​ຍພົວພັນ​ມິດຕະພາບຄວາມ​ສາມັກຄີ​ພິ​ເສດ ແລະການ​ຮ່ວມ​ມືຮອບດ້ານລະຫວ່າງສອງ​ພັກ, ສອງ​ລັດ ​ແລະປະຊາຊົນ​ສອງ​ຊາດໃຫ້​ເກີດ​ດອກ​ອອກ​ຜົນ​ຍິ່ງໆຂຶ້ນ.

ໂດຍ: ນາລີວັນ ​