leftcenterrightdel
ທ່ານພົນເອກ ໂງຊວນລິກ ແລກປ່ຽນກັບທ່ານ Udi Adam ທີ່ການຕ້ອນຮັບ. ພາບ: ມິງແຄ໋ງ.

ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ເຊື່ອໝັ້ນວ່າໝາກຜົນຂອງການເຈລະຈາຄັ້ງນີ້ຈະປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະກັນ, ພ້ອມທັງເປີດບັນດາກາລະໂອກາດ, ເນື້ອໃນຮ່ວມມືໃໝ່ຢ່າງເລິກເຊິ່ງ, ກວ້າງຂວາງ, ມີປະສິດທິຜົນລະຫວ່າງກອງທັບສອງປະເທດກວ່າອີກ. ທ່ານພົນເອກ ໂງຊວນລິກ ຢັ້ງຢືນວ່າໃນໄລຍະຈະມາເຖິງ, ການນໍາກະຊວງປ້ອງກັນປະເທດຫວຽດນາມ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາອົງການ, ກົມກອງຂອງສອງຝ່າຍຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ ແລະຍົກອອກບັນດາຂໍ້ລິເລີ່ມ, ເນື້ອໃນຮ່ວມມືໃໝ່ໃນຂົງເຂດປ້ອງກັນຊາດ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທີ່ສໍານັກງານກະຊວງປ້ອງກັນປະເທດໄດ້ດໍາເນີນການເຈລະຈາດ້ານປ້ອງກັນຊາດ ຫວຽດນາມ-ອິດສະຣາແອນ ຄັ້ງທີ 1 ພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນໂທ ຫງວຽນຈີ໊ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Udi Adam, ຫົວໜ້າກົມໃຫຍ່ກະຊວງປ້ອງກັນປະເທດອິດສະຣາແອນ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: ມິງແຄ໋ງ.

ທີ່ການເຈລະຈາ, ທ່ານພົນໂທ ຫງວຽນຈີ໊ວີ້ງ ແລະທ່ານ Udi Adam ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງກະຊວງປ້ອງກັນປະເທດສອງປະເທດຈັດຕັ້ງການເຈລະຈາດ້ານປ້ອງກັນຊາດເປັນເທື່ອທໍາອິດ ນັ້ນແມ່ນເພື່ອແນໃສ່ຫັນບັນດາຄໍາໝັ້ນສັນຍາຂອງການນໍາສອງປະເທດ, ສອງກອງທັບເປັນລະອຽດ, ພ້ອມທັງເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງສາຍພົວພັນຫວຽດນາມ-ອິດສະຣາແອນ ກໍ່ຄືສັນຕິພາບ, ສະຖຽນລະພາບ ແລະການພັດທະນາໃນພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ແລະທ່ານ Udi Adam. ພາບ: ມິງແຄ໋ງ.

ສອງຝ່າຍເຫັນດີເປັນເອກະພາບຈະເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ຮັກສາກົນໄກເຈລະຈານະໂຍບາຍປ້ອງກັນຊາດ ແລະຍົກສູງປະສິດທິຜົນຂອງກຸ່ມເຮັດວຽກຮ່ວມຂອງສອງກະຊວງປ້ອງກັນປະເທດໃນການຜັນຂະຫຍາຍບັນດາເນື້ອໃນ, ຂໍ້ຕົກລົງຮ່ວມມື; ເພີ່ມທະວີການຮ່ວມມືກ່ຽວກັບການບໍາລຸງສ້າງ, ຖືນີ້ແມ່ນຂົວເຊື່ອມຕໍ່ການຮ່ວມມືລະຫວ່າງສອງກອງທັບເວົ້າສະເພາະ ແລະສອງປະເທດເວົ້າລວມ; ສືບຕໍ່ຍູ້ແຮງການຮ່ວມມືລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບຂອງກອງທັບສອງປະເທດກໍ່ຄືການຮ່ວມມືໃນບາງຂົງເຂດຕ່າງໆ ຄື: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ອຸດສາຫະກໍາປ້ອງກັນຊາດ...

ໂດຍ: ທູຈາງ