ຄະນະໄດ້ໄປຢ້ຽມຊົມບາງຮາກຖານປິ່ນປົວພະຍາດຂອງໂຮງໝໍເສນາຮັກ 175 ລວມມີ: ສູນແກ້ພິດດີໂອຊິນ, ສູນມະເຮັງຄໍໜຽງ... ສອງຝ່າຍໄດ້ພ້ອມກັນແລກປ່ຽນກ່ຽວກັບບັນດາການເຄື່ອນໄຫວກະກຽມຜັນຂະຫຍາຍໂຮງໝໍສະໜາມຂັ້ນສອງ ເລກ 1 ຂອງຫວຽດນາມ, ວຽກງານຮັບເອົາບັນດາອຸປະກອນທີ່ອຸປະຖໍາໃຫ້ໂຮງໝໍສະໜາມຂັ້ນສອງ ຂອງອາເມລິກາ ໃນໄລຍະຜ່ານມາ.

leftcenterrightdel
ຄະນະປະຕິບັດງານໂດຍທ່ານ Randall Shriver ນໍາໜ້າ, ຢ້ຽມຊົມໂຮງໝໍເສນາຮັກ 175. ພາບ: ຈູງກຽນ.
leftcenterrightdel
ສອງຝ່າຍຖ່າຍຮູບເປັນທີ່ລະນຶກ. ພາບ: ຈູງກຽນ.

ທ່ານ Randall Shriver ຕີລາຄາສູງການເຄື່ອນໄຫວກວດ, ປິ່ນປົວພະຍາດຂອງໂຮງໝໍ ກໍ່ຄືການວາງແຜນຜັງກໍ່ສ້າງສອງໂຄງການໂຮງໝໍຜ່າຕັດດັດແປງ ແລະຕົບແຕ່ງ ແລະໂຮງໝໍຫຼາຍຂະແໜງ 175, ການເຄື່ອນໄຫວການແພດຢູ່ທະເລ, ໝູ່ເກາະ; ພ້ອມທັງປາດຖະໜາວ່າດ້ວຍຖານະຂອງຕົນ, ໂຮງໝໍຈະປະກອບສ່ວນຊຸກຍູ້ການເຄື່ອນໄຫວໃນການຮ່ວມມືດ້ານເສນາຮັກລະຫວ່າງຫວຽດນາມ ແລະອາເມລິກາ ໃນໄລຍະຈະມາເຖິງໃຫ້ເຂົ້າສູ່ລວງເລິກ, ເປີດກວ້າງດ້ານເນື້ອໃນ, ນໍາມາເຊິ່ງປະສິດທິຜົນຢ່າງແທດຈິງ.

ໂດຍ: ທະນາພອນ