ທ່ານ ເລຫງອກຕວ໊ນ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງກອນຕຸມ, ຫົວໜ້າຄະນະຊີ້ນໍາເປັນປະທານກອງປະຊຸມດັ່ງກ່າວ. ກອງປະຊຸມໄດ້ແຈ້ງໃຫ້ຊາບເນື້ອໃນວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບຊາຍແດນທີ່ໄດ້ຜັນຂະຫຍາຍໃນໄລຍະຜ່ານມາ ຄື: ແລກປ່ຽນ ແລະເຫັນດີເປັນເອກະພາບກັບກໍາລັງປ້ອງກັນຊາຍແດນ; ຜັນຂະຫຍາຍບັນດາການເຄື່ອນໄຫວກ່ອນທີ່ຈະດໍາເນີນງານພົບປະແລກປ່ຽນຄື: ຖ່າຍຮູບເຮັດຄຼິບ, ສາຍທີ່ບັນດາການໂອ້ລົມສົນທະນາ; ວຽກງານຜັນຂະຫຍາຍບັນດາການເຄື່ອນໄຫວພົບປະແລກປ່ຽນ; ວຽກງານເປັນເສນາທິການ ແລະປະກາດໃຊ້ບັນດາເອກະສານຊີ້ນໍາ, ບໍລິຫານລາຍການ...

leftcenterrightdel
ທ່ານ ເລຫງອກຕວ໊ນ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງກອນຕຸມ, ຫົວໜ້າຄະນະຊີ້ນໍາກ່າວຄໍາເຫັນທີ່ກອງປະຊຸມ. ພາບ: bienphong.com.

ໃນໄລຍະຈະມາເຖິງ, ບັນດາສະມາຊິກໃນຄະນະຊີ້ນໍາຈະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຕົ້ນຕໍໃນງານພົບປະແລກປ່ຽນ...

ສະຫຼຸບທີ່ກອງປະຊຸມ, ທ່ານ ເລຫງອກຕວ໊ນ ສະເໜີສະມາຊິກກໍ່ຄືບັນດາຫົວໜ່ວຍໃນຄະນະຊີ້ນໍາສົມທົບກັນປະຕິບັດວຽກງານໂຄສະນາເປັນຢ່າງດີກໍ່ຄືວຽກງານກະກຽມ, ຈັດຕັ້ງໃຫ້ແກ່ງານພົບປະແລກປ່ຽນປະສົບຜົນສໍາເລັດຢ່າງຈົບງາມ.

ໂດຍ: ທູຈາງ