ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ສະເໜີວ່າບົນພື້ນຖານໝາກຜົນທີ່ບັນລຸໄດ້ໃນການເຈລະຈາຄັ້ງນີ້, ກະຊວງປ້ອງກັນປະເທດສອງປະເທດຈະມານະພະຍາຍາມນໍາການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ອາເມລິກາ ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າອີກ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Randall Schriver. ພາບ: ຂົ໋ງມີງແຄ໊ງ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ການເຈລະຈານະໂຍບາຍດ້ານປ້ອງກັນຊາດຫວຽດນາມ-ອາເມລິກາ ປີ 2018 ໄດ້ດໍາເນີນຢູ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນໂທ ຫງວຽນຈີ໊ວີ້ງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Randall Schriver, ຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ຮັບຜິດຊອບບັນດາບັນຫາຄວາມໝັ້ນຄົງອາຊີ-ປາຊີຟິກ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: ຂົ໋ງມີງແຄ໊ງ.

ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຕີລາຄາໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ອາເມລິກາ ໃນໄລຍະຜ່ານມາ; ແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ອາເມລິກາ ໃຫ້ສອດຄ່ອງກັບບົດບັນທຶກຊ່ວຍຈໍາກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເຊິ່ງໄດ້ຮັບການລົງນາມໃນປີ 2011; ຖະແຫຼງການວິໄສທັດລວມກ່ຽວກັບການພົວພັນດ້ານປ້ອງກັນຊາດທີ່ລົງນາມໃນປີ 2015...

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ແລະທ່ານ Randall Schriver ພ້ອມກັບບັນດາສະມາຊິກສອງຄະນະ. ພາບ:ຂົ໋ງມີງແຄ໊ງ.

ສອງຝ່າຍກໍ່ປຶກສາຫາລືບັນດາມາດຕະການເພື່ອແນໃສ່ຍົກສູງປະສິດທິຜົນໃນການຮ່ວມມືໃນບັນດາຂົງເຂດ, ຄື: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຊອກຫາ-ກູ້ຊີບກູ້ໄພ, ກູ້ຊ່ວຍໄພພິບັດ, ຮັກສາສັນຕິພາບສະຫະປະຊາຊາດ...; ແລກປ່ຽນກ່ຽວກັບແຜນການຮ່ວມມື, ສົມທົບກັນເມື່ອຫວຽດນາມ ຮັບດໍາລົງຕໍາແໜ່ງເປັນປະທານອາຊຽນ ໃນປີ 2020.

 

ໂດຍ: ທະນາພອນ