leftcenterrightdel
ທ່ານ Hun Sen ນາຍົກລັດຖະມົນຕີກໍາປູເຈຍ ຕ້ອນຮັບທ່ານພົນໂທ ເລືອງເກື່ອງ. ພາບ: ກວນຖຸຍ.

ຕອນບ່າຍວັນທີ 21 ກັນຍາ, ທ່ານພົນໂທ ເລືອງເກື່ອງ ແລະຄະນະໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີລາຊະອານາຈັກກໍາປູເຈຍ ແລະທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດລາຊະອານາຈັກກຳປູເຈຍ. ທີ່ບັນດາການພົບປະ, ທ່ານນາຍົກລັດຖະມົນຕີ Hun Sen ແລະທ່ານພົນເອກ Tea Banh ໄດ້ແບ່ງເບົາຄວາມທຸກໂສກກັບການນຳພັກ, ລັດຫວຽດນາມຕໍ່ການລ່ວງລັບໄປຂອງທ່ານ ເຈິ່ນດ້າຍກວາງ ປະທານປະເທດຫວຽດນາມ.

leftcenterrightdel
ທ່ານພົນໂທ ເລືອງເກື່ອງ ແລະທ່ານພົນເອກ Tea Banh. ພາບ: ກວນຖຸຍ.
leftcenterrightdel
ທ່ານພົນໂທ ເລືອງເກື່ອງ ແລະທ່ານພົນເອກ Neang Phat. ພາບ: ກວນຖຸຍ.

ທ່ານ Hun Sen ເນັ້ນໜັກວ່າ, ກຳປູເຈຍ ຍາມໃດກ່ໍຖືເປັນສຳຄັນການຮັກສາ ແລະເຮັດໃຫ້ນ້ຳໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານເລິກເຊິ່ງກວ່າອີກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ກວນຖຸຍ.

ທ່ານພົນໂທ ເລືອງເກື່ອງ ຢືນຢັນວ່າ, ພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳ, ຕີລາຄາສູງການສະໜັບສະໜູນ, ການຊ່ວຍເຫຼືອຂອງລັດຖະບານ, ປະຊາຊົນ ແລະກອງທັບລາດຊະວົງກຳປູເຈຍ ສຳລັບຫວຽດນາມ; ຍາມໃດກໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ, ຊຸກຍູ້ການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງຊາດ, ສອງກອງທັບກວ່າອີກ; ປາດຖະໜາວ່າ, ທ່ານນາຍົກລັດຖະມົນຕີ Hun Sen, ທ່ານພົນເອກ Tea Banh ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ສອງກະຊວງປ້ອງກັນປະເທດເວົ້າລວມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະກົມໃຫຍ່ການບໍລິການປ້ອງກັນຊາດກຳປູເຈຍ ເວົ້າສະເພາະປະຕິບັດບັນດາເນື້ອໃນຮ່ວມມືເປັນຢ່າງດີ...

ໂດຍ: ວຽງຄຳ