ໃນໂອກາດທີ່ຄະນະຜູ້ແທນການເມືອງຂັ້ນສູງເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 18-20 ກັນຍານີ້, ເຊິ່ງຄະນະໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກສະຫາຍພັນເອກ ບຸນສົງ ພິມມະວົງ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 11 ແລະສະຫາຍພົນຈັດຕະວາ ຄໍາຫຼ້າ ພັນໄຊຍະສຸກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ພ້ອມດ້ວຍຄະນະ.

leftcenterrightdel
ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມເຄື່ອນໄຫວຢ້ຽມຢາມກອງພັນໃຫຍ່ 11 ແລະ ວປກ

ເຊິ່ງຢູ່ແຕ່ລະແຫ່ງຫົວໜ້າການເມືອງທັງສອງກົມກອງກໍ່ໄດ້ມີຄໍາເຫັນຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ແລະກົມກອງຕົນຂອງຄະນະດັ່ງກ່າວໃນຄັ້ງນີ້ເຊິ່ງຈະເປັນການຖອດຖອນບົດຮຽນຜ່ານການຮ່ວມມືຮອບດ້ານລະຫວ່າງສອງກອງທັບກໍ່ຄືບັນດາກອງພັນ, ວິທະຍາຄານ ລາວ-ຫວຽດນາມ ໃນຂົງເຂດຕ່າງໆປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະກອງທັບປະຊາຊົນສອງຊາດລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມນັ້ນໃຫ້ນັບມື້ນັບມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະແຕກດອກອອກຜົນຍີ່ງໆຂຶ້ນ, ພ້ອມທັງໄດ້ແຈ້ງສະພາບການໂດຍຫຍໍ້ ແລະພາລະບົດບາດ, ສິດໜ້າທີ່ຂອງກົມກອງຕົນໃຫ້ຄະນະຜູ້ແທນດັ່ງກ່າວໄດ້ຮັບຊາບກ່ຽວກັບການປັບປຸງກໍ່ສ້າງກໍາລັງ, ການພັດທະນາດ້ານຕ່າງໆໃນກົມກອງຕົນ ແລະໝາກຜົນການພົວພັນຮ່ວມມືລະຫວ່າງກົມກອງຂອງຕົນໃນຂົງເຂດວຽກງານຕ່າງໆໃນໄລຍະຜ່ານມາ, ຈາກນັ້ນຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ກໍ່ໄດ້ລົງຢ້ຽມຢາມກອງພັນ 705 ເຊິ່ງເປັນກອງຕົວແບບຂອງກອງພັນໃຫຍ່ 11, ສ່ວນຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຄະນະກໍ່ໄດ້ລົງເຄື່ອນໄຫວຢ້ຽມຢາມນັກຮຽນສາຍພາສາຫວຽດນາມ ຈໍານວນໜຶ່ງ ແລະຕອນບ່າຍວັນດຽວກັນນັ້ນຄະນະກໍ່ໄດ້ເດີນທາງໄປຢ້ຽມຢາມໂຄງການກໍໍ່ສ້າງສະພາແຫ່ງຊາດ ແລະໄດ້ຮັບຟັງການລາຍງານຈາກເຈົ້າຂອງໂຄງການອີກດ້ວຍ. ໃນວັນຕໍ່ມາຄະນະຜູ້ແທນດັ່ງກ່າວກໍ່ໄດ້ເດີນທາງກັບຄືນສູ່ປະເທດດ້ວຍຄວາມສະຫວັດດີພາບ.    

ໂດຍ: ສົມພອນ ສີສຸມັງ