ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນສະຖານະການສາກົນ ແລະພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາງລັດຖະມົນຕີກະຊວງປ້ອງກັນປະເທດຝະລັ່ງ ຢືນຢັນວ່າ, ຝະລັ່ງ ມີທັດສະນະຄ້າຍຄືກັນກັບຫຼາຍປະເທດກ່ຽວກັບການຮັບປະກັນຄວາມສະຫງົບ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລ, ທາງອາກາດບົນຈິດໃຈເຄົາລົບກົດໝາຍສາກົນ ແລະຝະລັ່ງ ຈະສືບຕໍ່ມີບັນດາການປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນເຊິ່ງ ຝະລັ່ງ ມີຜົນປະໂຫຍດ. ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບໂດຍຖືວ່າ, ບັນດາການຂັດແຍ້ງກັນຄວນໄດ້ແກ້ໄຂໂດຍສັນຕິວິທີຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

leftcenterrightdel
 
leftcenterrightdel
ທ່ານນາງ Florence Parly, ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ຝະລັ່ງ ເປັນປະທານພິທີຕ້ອນຮັບທ່ານ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: ທູຈາງ.

ກ່ຽວກັບການພົວພັນລະຫວ່າງສອງປະເທດ, ທ່ານລັດຖະມົນຕີ ໂງຊວນລິກ ຢັ້ງຢືນວ່າ, ຝະລັ່ງ ແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ. ຫວຽດນາມ ຖືເປັນສຳຄັນບົດບາດຂອງ ຝະລັ່ງ ໃນເວທີສາກົນ, ສະໜັບສະໜູນ ຝະລັ່ງ ເພີ່ມທະວີການຮ່ວມມື, ທັງສອງຝ່າຍ ແລະຫຼາຍຝ່າຍ, ກັບບັນດາປະເທດອາຊຽນ ກໍ່ຄື ເຂົ້າຮ່ວມບັນດາກົນໄກ ອາຊຽນ; ປາດຖະໜາຢາກໃຫ້ ຝະລັ່ງ ສືບຕໍ່ຕັ້ງໜ້າປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບ ແລະພັດທະນາຢູ່ພາກພື້ນ.

leftcenterrightdel
ທ່ານ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານນາງ Florence Parly, ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ຝະລັ່ງ. ພາບ: ທູຈາງ.
leftcenterrightdel
ທ່ານ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານນາງ Florence Parly, ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ຝະລັ່ງ ເຊັນຖະແຫຼງການວິໄສທັດລວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໄລຍະ 2018-2028. ພາບ: ທູຈາງ.

ລັດຖະມົນຕີສອງທ່ານຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ຝະລັ່ງ ໃນໄລຍະຜ່ານມາ; ຖືວ່າ, ການພົວພັນດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄ້ຳຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ພິເສດ, ນັບແຕ່ພາຍຫຼັງ ຫວຽດນາມ ແລະຝະລັ່ງ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ສອງປະເທດໄດ້ສະຫງວນຄວາມເອົາໃຈໃສ່ເພື່ອພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດຫຼາຍກວ່າອີກ ແລະບັນລຸໄດ້ໝາກຜົນແທດຈິງໃນບັນດາຂົງເຂດ: ແລກປ່ຽນທັດສະນະຍຸດທະສາດ, ບຳລຸງສ້າງ, ຮັກສາສັນຕິພາບສະຫະປະຊາຊາດ, ອຸດສາຫະກຳດ້ານປ້ອງກັນຊາດ, ເສນາຮັກ, ແລກປ່ຽນບົດຮຽນລະຫວ່າງບັນດາເຫຼົ່າທັບ.

ໂດຍ: ແສງເດືອນ