ຄາດຄະເນວ່ານັບແຕ່ວັນທີ 27 ກັນຍາ ຮອດວັນທີ 6 ຕຸລາ, ກໍາປັ່ນ 015-ເຈິ່ນຮຶງດ້າວ ຈະຢ້ຽມຢາມທີ່ໝັ້ນ Yokosuka ແລະນະຄອນ Sakai ສັງກັດແຂວງ Osaka ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ ຄົບຮອບ 45 ປີ ແລະຜັນຂະຫຍາຍຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຈົນເຖິງທົດສະວັດຕໍ່ໄປລະຫວ່າງກະຊວງປ້ອງກັນປະເທດສອງປະເທດ.

leftcenterrightdel
ຄະນະປະຕິບັດງານປະຕິບັດພິທີການຂໍ່ານັບທ່າກໍາປັ່ນ. ພາບ: qdnd.vn.

ແຕ່ວັນທີ 10-15 ຕຸລາ, ກໍາປັ່ນ 015-ເຈິ່ນຮຶງດ້າວ ຈະເຂົ້າຮ່ວມພິທີເດີນສວນສະໜາມກໍາປັ່ນສາກົນຢູ່ເຂດທີ່ໝັ້ນທະຫານເຮືອ Jeju ຂອງ ສ.ເກົາຫຼີ ເພື່ອແນໃສ່ປະຕິບັດຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດເຖິງປີ 2030 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ແລະທາບທາມບົດຮຽນກ່ຽວກັບການຈັດຕັ້ງບັນດາການເຄື່ອນໄຫວເດີນສວນສະໜາມກໍາປັ່ນຂອງທະຫານເຮືອຕາມທຳນຽມສາກົນ.

ແຕ່ວັນທີ 21-28 ຕຸລາ, ກໍາປັ່ນ 015-ເຈິ່ນຮຶງດ້າວ ຈະເຂົ້າຮ່ວມການຝຶກຊ້ອມເດີນທະເລ ອາຊຽນ - ຈີນ ຢູ່ທີ່ໝັ້ນທະຫານເຮືອ Zhanjiang ຂອງ ສປ.ຈີນ.

ນີ້ແມ່ນບັນດາການເຄື່ອນໄຫວຕາມແຜນການຂອງກະຊວງປ້ອງກັນປະເທດຫວຽດນາມ ແລະເຫຼົ່າທັບເຮືອເພື່ອແນໃສ່ຕອບສະໜອງນໍ້າໃຈ ແລະປະສານສົມທົບ, ການຊ່ວຍເຫຼືອຢ່າງມີປະສິດທິຜົນຂອງລັດຖະບານ, ກະຊວງປ້ອງກັນປະເທດກໍ່ຄືທະຫານເຮືອຍີ່ປຸ່ນ, ສ. ເກົາຫຼີ ແລະສປ.ຈີນ, ຜ່ານນັ້ນຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມື, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກໍ່ຄືວຽກງານສົມທົບກັນເດີນທະເລໃນອະນາຄົດລະຫວ່າງທະຫານເຮືອຫວຽດນາມ ກັບທະຫານເຮືອບັນດາປະເທດ.

 

ໂດຍ: ເກື່ອງດັ້ງ