ທີ່ການພົບປະດ້ວຍການເຂົ້າຮ່ວມຂອງຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະຄູ່ຕໍາແໜ່ງຂອງ 10 ປະເທດສະມາຊິກອາຊຽນ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ ເນັ້ນໜັກວ່າ ອາຊຽນແມ່ນບຸລິມະສິດແຖວໜ້າໃນ “ນະໂຍບາຍມຸ່ງໄປເຖິງທາງທິດໃຕ້ໃໝ່” ຂອງ ສ.ເກົາຫຼີ. ຜູ້ຕາງໜ້າກະຊວງປ້ອງກັນປະເທດສ.ເກົາຫຼີ ກໍ່ແນະນໍາຢ່າງລະອຽດ ກ່ຽວກັບວິທີການທີ່ສ.ເກົາຫຼີ ມີຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດກັບອາຊຽນໃນນະໂຍບາຍນີ້.

ຕາມນັ້ນແລ້ວ, ສ.ເກົາຫຼີ ຮ່ວມມືບົນພື້ນຖານເຄົາລົບຫຼັກການເຫັນດີເຫັນພ້ອມ ແລະບົດບາດໃຈກາງຂອງອາຊຽນ. ຄຽງຂ້າງນັ້ນ, ສ.ເກົາຫຼີກໍ່ມີຄວາມຫວັງຈະຮ່ວມມືກັບອາຊຽນ ໃຫ້ເລິກເຊິ່ງກວ່າໃນຂອບເຂດບັນດາກຸ່ມປະຕິບັດງານຂອງກົນໄກກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນເປີດກວ້າງ (ADMM+) ສຳລັບຂົງເຂດຄວາມໝັ້ນຄົງທາງທະເລ, ຕ້ານການກໍ່ການຮ້າຍ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ເສນາຮັກ ...

leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວີ້ງ ກ່າວຄໍາເຫັນທີ່ການພົບປະຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ-ສ.ເກົາຫຼີ. ພາບ: ບາວຈູງ.

ທີ່ການພົບປະ, ທ່ານພົນໂທ ຫງວຽນຈີ໋ວີ້ງ ຖືວ່າ, ກົນໄກການພົບປະຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ສ.ເກົາຫຼີ ອາດຈະປະກອບສ່ວນຢ່າງຕັ້ງໜ້າເພື່ອໃຫ້ “ນະໂຍບາຍມຸ່ງໄປເຖິງທາງທິດໃຕ້ໃໝ່” ປະກົດຜົນເປັນຈິງໂດຍໄວ, ນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ສ.ເກົາຫຼີ ກໍ່ຄືອາຊຽນ. ທ່ານພົນໂທ ຫງວຽນຈີ໋ວີ້ງ ກໍ່ສະເໜີ ສ.ເກົາຫຼີ ເອົາໃຈໃສ່ເຖິງບັນດາຂົງເຂດຈຸດສຸມຂອງກົນໄກກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນເປີດກວ້າງ (ADMM+) ກວ່າອີກ ຄືການເຄື່ອນໄຫວຮັກສາສັນຕິພາບ, ຄວາມໝັ້ນຄົງທາງທະເລ...

 

ໂດຍ: ດັ້ງເກື່ອງ