ລະອຽດແມ່ນຝ່າຍປະເທດລາວ ປູກ 159 ຕົ້ນໃນເນື້ອທີ່ 5.525m2; ຝ່າຍປະເທດກຳປູເຈຍ ປູກ 256 ຕົ້ນໃນເນື້ອທີ່ 8.885m2 ; ຝ່າຍປະເທດຫວຽດນາມ ປູກ 285 ຕົ້ນໃນເນື້ອທີ່ 10.615m2 . ຄ່າໃຊ້ຈ່າຍເພື່ອປູກຕົ້ນໄມ້ດັ່ງກ່າວນັ້ນແມ່ນກວ່າ 300 ລ້ານດົ່ງ.

leftcenterrightdel
ຜູ້ຕາງໜ້າ 3 ກົມກອງປູກຕົ້ນໄມ້ຢູ່ຫຼັກໝາຍທາງສາມແຍກຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ. ພາບ: bienphong.com.vn.

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວໃນຂອບເຂດການພົບປະແລກປ່ຽນຊາຍແດນແຫ່ງມິດຕະພາບຄັ້ງທີ 1 ລະຫວ່າງແຂວງກອນຕູມ, ແຂວງ Rattanakiri (ປະເທດກຳປູເຈຍ) ແລະແຂວງອັດຕະປື ແລະເຊກອງ (ປະເທດລາວ), ຄາດຄະເນວ່າຈະດຳເນີນໃນຕົ້ນເດືອນພະຈິກ ປີ 2018 ຢູ່ແຂວງກອນຕູມ.

ການປູກຕົ້ນໄມ້ມິດຕະພາບໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ສະໜິດຕິດພັນກັນລະຫວ່າງ 3 ປະເທດເວົ້າລວມ, ລະຫວ່າງແຂວງກອນຕູມ, ແຂວງ Rattanakiri (ປະເທດກຳປູເຈຍ) ແລະແຂວງອັດຕະປື ແລະເຊກອງ (ປະເທດ ລາວ) ກໍ່ຄື ກຳລັງປົກປັກຮັກສາຊາຍແດນຂອງ 3 ປະເທດເວົ້າສະເພາະ, ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະນັບມື້ນັບພັດທະນາ.

ໂດຍ: ທູຮັ່ງ