ກອງປະຊຸມລວມມີ 3 ວາລະປະຊຸມຕົ້ນຕໍດ້ວຍບັນດາຫົວຂໍ້: ບັນດາສິ່ງທ້າທາຍ ແລະຄວາມມານະພະຍາຍາມແບ່ງປັນບັນດາຄຸນຄ່າທົ່ວໄປບົນພື້ນຖານການເຄົາລົບກົດໝາຍ; ສິ່ງທ້າທາຍ ແລະຄວາມມານະພະຍາຍາມຮັບມືກັບໄພພິບັດທຳມະຊາດ; ວິໄສທັດເພື່ອເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດອາຊຽນ-ຍີ່ປຸ່ນ ເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວິ້ງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: ບ໊າວຈູງ.

ທີ່ກອງປະຊຸມ, ບັນດາປະເທດອາຊຽນ ພ້ອມກັນສະແດງຄວາມສະໜັບສະໜູນເລື່ອງຍີ່ປຸ່ນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດກັບອາຊຽນ ຕາມ “ວິໄສທັດວຽງຈັນ”, ພິເສດແມ່ນບັນດາການເຄື່ອນໄຫວເພື່ອແນໃສ່ຍົກສູງກຳລັງຄວາມສາມາດໃຫ້ບັນດາປະເທດອາຊຽນ.  ກ່າວຄຳເຫັນກ່ຽວກັບການຮ່ວມມືດ້ານປ້ອງກັນຊາດອາຊຽນ-ຍີ່ປຸ່ນ, ທ່ານພົນໂທ ຫງວຽນຈີ໋ວິ້ງ ໃຫ້ຮູ້ວ່າ, ຫວຽດນາມໄດ້ຮັບເອົາບົດບາດປະສານງານການພົວພັນອາຊຽນ-ຍີ່ປຸ່ນ ແຕ່ເດືອນ ສິງຫາ 2018. ໂດຍແມ່ນປະເທດປະສານງານ, ຫວຽດນາມຈະສືບຕໍ່ສົມທົບກັບຝ່າຍຍີ່ປຸ່ນ ເພື່ອສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືລະຫວ່າງອາຊຽນ ແລະຍີ່ປຸ່ນ ບົນຈິດໃຈເອກະສານ “ວິໄສທັດວຽງຈັນ” ລະຫວ່າງລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນ ແລະລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ (ADMM).

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ບ໊າວຈູງ.

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຮອງລັດຖະມົນຕີປ້ອງກັນປະເທດອາຊຽນ-ຍີ່ປຸ່ນ, ທ່ານພົນໂທ ຫງວຽນຈີ໋ວິ້ງ ກໍ່ໄດ້ມີການພົບປະສອງຝ່າຍກັບທ່ານ Ro Manabe  ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. ສອງຝ່າຍລ້ວນແຕ່ສະແດງຄວາມເພິ່ງພໍໃຈຕໍ່ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຍີ່ປຸ່ນ ແລະຫວຽດນາມ ໃນໄລຍະຜ່ານມາໄດ້ມີບັນດາບາດກ້າວພັດທະນາອັນດີງາມ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ: ແລກປ່ຽນກຳປັ່ນທະຫານເຮືອ, ອຸດສາຫະກຳດ້ານປ້ອງກັນຊາດ, ຄວາມໝັ້ນຄົງທາງອິນເຕີແນັດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ...

ໂດຍ: ຮຸຍດົງ