ເຂົ້າຮ່ວມພິທີມີທ່ານພົນເອກ ໂງຊວນລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ; ທ່ານພົນໂທ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ; ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປປ ລາວ ປະຈຳ ຫວຽດນາມ ແລະບັນດາການນຳເຊິ່ງແມ່ນນາຍພົນກອງທັບສອງປະເທດ...

leftcenterrightdel
ທ່ານພົນໂທ ຈັນສະໝອນ ຈັນຍາລາດ ປະດັບຫຼຽນໄຊຂອງລັດແຫ່ງສປປ ລາວ ໃຫ້ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ. ພາບ: ຈິ້ງຢູງ.

ກ່າວຄຳເຫັນທີ່ພິທີ, ທ່ານພົນເອກ ໂງຊວນລິກ ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈອັນລ້ຳຄ່າ ແລະລາງວັນອັນສູງສົ່ງ ເຊິ່ງພັກ, ລັດ ແລະກອງທັບປະຊາຊົນລາວ ໄດ້ມອບໃຫ້ບັນດາພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ. ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ, ໃນຊຸມປີຜ່ານມາ, ກອງທັບ ແລະປະຊາຊົນສອງປະເທດໄດ້ສະໜິດຕິດພັນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນຫຼາຍດ້ານ, ບັນລຸໄດ້ບັນດາຜົນງານທີ່ສຳຄັນ. ພິເສດ, ໃນ “ປີສາມັກຄີມິດຕະພາບຫວຽດນາມ - ລາວ; ລາວ - ຫວຽດນາມ 2017”, ກອງທັບສອງປະເທດໄດ້ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວທີ່ອຸດົມສົມບູນ, ແທດຈິງຫຼາຍຢ່າງເພື່ອສະເຫຼີມສະຫຼອງ 40 ປີແຫ່ງວັນ “ເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື” ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ. 

leftcenterrightdel
ທ່ານພົນໂທ ຈັນສະໝອນ ຈັນຍາລາດ ປະດັບຫຼຽນໄຊຂອງລັດແຫ່ງສປປ ລາວ ໃຫ້ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. ພາບ: ຈິ້ງຢູງ.

ຜ່ານນັ້ນສ້າງກຳລັງແຜ່ຂະຫຍາຍຢ່າງກວ້າງຂວາງໃນບັນດາອົງການ, ກົມກອງຂອງກອງທັບ ແລະປະຊາຊົນສອງປະເທດ; ປະກອບສ່ວນສຶກສາໃຫ້ຄົນຮຸ່ນໜຸ່ມກ່ຽວກັບມູນເຊື້ອຄວາມສາມັກຄີມິດຕະພາບ, ການຮ່ວມມື ແລະຊ່ວຍເຫຼືອເຊິ່ງກັນແລະກັນໃນອະດີດກໍຄືໃນປະຈຸບັນ. ການຮ່ວມມືດ້ານປ້ອງກັນຊາດນັບມື້ນັບໄດ້ຮັບການເພີ່ມທະວີ ແລະສືບຕໍ່ແມ່ນເສົາຄ້ຳສຳຄັນໃນສາຍພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບດ້ານການເມືອງ-ສັງຄົມ...

leftcenterrightdel
ທ່ານພົນໂທ ຈັນສະໝອນ ຈັນຍາລາດ ປະດັບຫຼຽນໄຊຂອງລັດ ແລະກອງທັບແຫ່ງ ສປປ ລາວ ໃຫ້ບັນດາກົມກອງໃນກອງທັບປະຊາຊົນຫວຽດນາມ. ພາບ: ຈິ້ງຢູງ.

ທີ່ພິທີ, ຕາງໜ້າການນຳລັດ ແລະກະຊວງປ້ອງກັນປະເທດແຫ່ງສປປ ລາວ, ທ່ານພົນໂທ ຈັນສະໝອນ ຈັນຍາລາດ ໄດ້ປະດັບຫຼຽນໄຊໃຫ້ແກ່ 69 ໝູ່ຄະນະ ແລະ 22 ບຸກຄົນສັງກັດກອງທັບປະຊາຊົນຫວຽດນາມ.

ໂດຍ: ແສງເດືອນ