ທ່ານພົນເອກ Theppong Tippayachan ເນັ້ນໜັກວ່າໃນສະພາບການທີ່ສາຍພົວພັນສອງປະເທດພວມໄດ້ຮັບການພັດທະນາຢ່າງດີງາມ, ເລື່ອງຈັດຕັ້ງການເຈລະຈານະໂຍບາຍປ້ອງກັນຊາດຄັ້ງນີ້ຈະປະກອບສ່ວນຢ່າງແທດຈິງເຂົ້າໃນການຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ, ສອງກອງທັບເວົ້າສະເພາະ ແລະສອງປະເທດເວົ້າລວມກວ່າອີກ; ໄທ ຍາມໃດກໍ່ຕີລາຄາສູງບົດບາດຂອງຫວຽດນາມ ຢູ່ພາກພື້ນ ແລະໃນໂລກ, ເປັນຕົ້ນແມ່ນໃນອາຊຽນ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວີ້ງ ທີ່ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ໄທ ຄັ້ງທີ 2. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານພົນໂທ ຫງວຽນຈີ໋ວີ້ງ, ເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນຖານະບົດບາດຂອງໄທ ຢູ່ພາກພື້ນ; ປາດຖະໜາຢາກເພີ່ມທະວີການພົວພັນຢ່າງແທດຈິງດ້ານປ້ອງກັນຊາດກັບໄທ ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງປະເທດ, ສອງຝ່າຍຕີລາຄາວ່າ, ນັບແຕ່ການເຈລະຈານະໂຍບາຍປ້ອງກັນຊາດຄັ້ງທີ 1, ທີ່ຈັດຕັ້ງຢູ່ຫວຽດນາມ ໃນເດືອນ ກໍລະກົດ 2017 ນັ້ນ, ການພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດສືບຕໍ່ໄດ້ຮັບການພັດທະນາຢ່າງແຮງ, ບັນລຸໄດ້ໝາກຜົນຢ່າງແທດຈິງບົນພື້ນຖານຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດໄທ.

ສອງຝ່າຍເຫັນດີເປັນເອກະພາບນຳກັນວ່າຈະສືບຕໍ່ສົມທົບ, ທາບທາມຄໍາເຫັນ, ສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເຫດການປ້ອງກັນຊາດ-ການທະຫານຫຼາຍຝ່າຍ, ພິເສດແມ່ນເມື່ອໄທເປັນປະທານອາຊຽນ ໃນປີ 2019 ແລະຫວຽດນາມ ເປັນປະທານອາຊຽນ ໃນປີ 2020.

ໂດຍ: ຫງວຽນກຸກ