ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈິວິ້ງ ເນັ້ນໜັກວ່າ, ປີ 2018 ເປັນຂີດໝາຍສໍາຄັນໃນການພົວພັນສອງປະເທດ ດ້ວຍຖະແຫຼງການຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດ ແລະສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 20 ປີແຫ່ງການພົວພັນດ້ານປ້ອງກັນຊາດ. ໃນນັ້ນ, ການຮ່ວມມືດ້ານປ້ອງກັນຊາດໄດ້ຮັບຄວາມເອົາໃຈໃສ່, ຊຸກຍູ້ຈາກການນໍາກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດ ແລະບັນລຸໄດ້ບັນດາໝາກຜົນສໍາຄັນ, ຕອບສະໜອງຜົນປະໂຫຍດຂອງສອງຝ່າຍ.

leftcenterrightdel
ທ່ານພົນໂທ ຫງວຽນຈິວິ້ງ ແລກປ່ຽນກັບທ່ານ Stephen Moore. ພາບ: ວັນຮ໋ຽວ.

ທ່ານພົນໂທ ຫງວຽນຈິວິ້ງ ໃຫ້ຮູ້ວ່າ, ກະຊວງປ້ອງກັນປະເທດສອງປະເທດກໍາລັງຕັ້ງໜ້າກະກຽມໃຫ້ແກ່ການຢ້ຽມຢາມອົດສະຕາລີ ຢ່າງເປັນທາງການຂອງທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ເຊິ່ງຄາດວ່າຈະດຳເນີນໃນທ້າຍປີນີ້.

leftcenterrightdel
ທ່ານພົນໂທ ຫງວຽນຈິວິ້ງ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Stephen Moore. ພາບ: ວັນຮ໋ຽວ.

ສ່ວນທ່ານ Stephen Moore ສະແດງຄວາມຂອບອົກຂອບໃຈຕໍ່ການນໍາກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສະຫງວນເວລາໃຫ້ການຕ້ອນຮັບ; ພ້ອມທັງຢືນຢັນວ່າຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນຫວຽດນາມ- ອົດສະຕາລີ ເວົ້າລວມ ແລະກອງທັບສອງປະເທດເວົ້າສະເພາະ.

ໂດຍ: ຮວ່າງເຈື່ອງ