ຕາມ ທ່ານພົນໂທ ຫງວຽນຈີ໋ວີ້ງ ແລ້ວ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດໄດ້ກໍານົດເປົ້າໝາຍ, ໜ້າທີ່ໂດຍພື້ນຖານ ແມ່ນ: ຮັກສາສາຍພົວພັນມິດຕະພາບກັບບັນດາປະເທດໄວ້ໃຫ້ໝັ້ນຄົງ; ປະຕິບັດ “ແຜນປົກປັກຮັກສາປະເທດຊາດແຕ່ໄກ”; ສ້າງສະພາບແວດລ້ອມຍຸດທະສາດກ່ຽວກັບການປ້ອງກັນຊາດຢ່າງໝັ້ນຄົງ, ຮັກສາສັນຕິພາບ, ຮັບໃຊ້ໃຫ້ແກ່ພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກໍາ ແລະທັນສະໄໝ, ສ້າງສາ ແລະປົກປັກຮັກສາປະເທດຫວຽດນາມສັງຄົມນິຍົມ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວີ້ງ ກ່າວຄໍາເຫັນທີ່ກອງປະຊຸມການທູດ ຄັ້ງທີ 30. ພາບ: ຈ້ອງຫາຍ.

ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໄດ້ມານະພະຍາຍາມປະກອບສ່ວນເຂົ້າຜົນງານລວມຂອງປະເທດຊາດ, ຂອງການທູດໃນການປະຕິບັດເປົ້າໝາຍ, ໜ້າທີ່ພົວພັນຕ່າງປະເທດ. ຜົນງານນີ້ໄດ້ປະກອບສ່ວນສໍາຄັນຍູ້ແຮງການຮ່ວມມື, ການເຊື່ອມໂຍງເຂົ້າກັບສາກົນ, ຮັກສາສາຍພົວພັນມິດຕະພາບ, ສະພາບແວດລ້ອມສັນຕິພາບຂອງປະເທດຊາດໄວ້ໃຫ້ໝັ້ນຄົງ.

ທ່ານພົນໂທ ຫງວຽນຈີ໋ວີ້ງ ເນັ້ນໜັກວ່າເພື່ອປະຕິບັດເປົ້າໝາຍ, ໜ້າທີ່ພົວພັນຕ່າງປະເທດໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ່າງມີໄຊ, ກະຊວງປ້ອງກັນປະເທດ ຈະຕ້ອງສົມທົບກັບບັນດາຄະນະ, ກະຊວງ, ຂະແໜງການຕ່າງໆໃນທຸກຂົງເຂດຢ່າງແໜ້ນແຟ້ນເພື່ອປະກອບຫຼາຍກວ່າອີກໃຫ້ພາລະກິດສ້າງສາ ແລະປົກປັກຮັກສາປະເທດຫວຽດນາມສັງຄົມນິຍົມ, ເພື່ອສັນຕິພາບ, ສະຖຽນລະພາບຂອງໂລກ ແລະພາກພື້ນ.

 

ໂດຍ: ທູຈາງ