ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ, ການເຈລະຈານະໂຍບາຍປ້ອງກັນຊາດແມ່ນການເຄື່ອນໄຫວຢ່າງຕັ້ງໜ້າເພື່ອປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງກະຊວງປ້ອງກັນປະເທດສອງປະເທດ. ໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນບັນດາຂົງເຂດ ຄື: ການເຄື່ອນໄຫວແລກປ່ຽນຄະນະຂັ້ນຕ່າງໆ, ທະຫານເຮືອ, ປະຕິບັດກົດໝາຍບົນທະເລ, ການບໍາລຸງສ້າງ... ໃນໄລຍະຜ່ານມາໄດ້ປະກອບສ່ວນສໍາຄັນເຂົ້າໃນການເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຟິລິບປີນ ເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ແລກປ່ຽນກັບທ່ານພົນຕີ Cardozo Luna. ພາບ: ວັນຮຽ໋ວ.
leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຕີ Cardozo Luna. ພາບ: ວັນຮ໋ຽວ.

ທ່ານພົນຕີ Cardozo Luna ສະແດງຄວາມຂອບອົກຂອບໃຈຕໍ່ທ່ານພົນເອກ ໂງຊວນລິກ ໄດ້ສະຫງວນເວລາຕ້ອນຮັບຄະນະ; ແຈ້ງໃຫ້ຊາບກ່ຽວກັບໝາກຜົນແຫ່ງການເຈລະຈານະໂຍບາຍປ້ອງກັນຊາດລະຫວ່າງສອງຄະນະ; ທ່ານເຊື່ອໝັ້ນວ່າການຜັນຂະຫຍາຍບັນດາເນື້ອໃນທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບຢ່າງມີປະສິດທິຜົນຈະຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບໄດ້ຮັບການພັດທະນາຢ່າງແທດຈິງ, ເຂົ້າສູ່ລວງເລິກກວ່າອີກ.

 

ໂດຍ: ຫງວຽນກຸກ