ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໋ວີ້ງ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ສາຍພົວພັນດ້ານປ້ອງກັນຊາດຫວຽດນາມ - ຝລັ່ງ ໃນ 3 ປີຜ່ານມາ. ຕາມນັ້ນແລ້ວ, ສອງຝ່າຍໄດ້ຮ່ວມມືຢ່າງແໜ້ນແຟ້ນໃນບັນດາຂົງເຂດ ຄື: ຮັກສາສັນຕິພາບ, ການບໍາລຸງສ້າງ... ທ່ານພົນໂທ ຫງວຽນຈີ໋ວີ້ງ ຮັບຮູ້ ແລະຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານພັນເອກ Christophe Talon ສໍາລັບການພົວພັນດ້ານປ້ອງກັນຊາດສອງຝ່າຍໃນອາຍຸການປະຕິບັດງານຜ່ານມາ ແລະປາດຖະໜາວ່າໃນຖານະປະຕິບັດງານໃໝ່, ທ່ານພັນເອກ Christophe Talon ຈະສືບຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ, ສອງກອງທັບໃຫ້ນັບມື້ນັບໄດ້ຮັບການພັດທະນາ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວີ້ງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພັນເອກ Christophe Talon. ພາບ: ເຟືອງລີງ.

ຊົມເຊີຍທ່ານພັນໂທ Marc Razafindranaly ມາຮັບໜ້າທີ່ເປັນທູດທະຫານຝລັ່ງ ປະຈໍາ ຫວຽດນາມ, ທ່ານພົນໂທ ຫງວຽນຈີ໋ວີ້ງ ສະເໜີທ່ານພັນໂທ Marc Razafindranaly ສືບຕໍ່ສືບທອດ ແລະເສີມຂະຫຍາຍບັນດາໝາກຜົນເຊິ່ງທ່ານພັນເອກ Christophe Talon ປະຕິບັດໄດ້ ແລະມີບັນດາຂໍ້ລິເລີ່ມໃໝ່ເພື່ອຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ຄວາມແທດຈິງ ແລະມີປະສິດທິຜົນກວ່າອີກ. ທ່ານພົນໂທ ຫງວຽນຈີ໋ວີ້ງ ຢັ້ງຢືນວ່າກະຊວງປ້ອງກັນປະເທດຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ທ່ານພັນໂທ Marc Razafindranaly ປະຕິບັດໜ້າທີ່ການທູດຂອງຕົນໃຫ້ສຳເລັດເປັນຢ່າງດີ.

 

ແປໂດຍ: ຫງວຽນກຸກ