ໄຂຊຸດຝຶກອົບຮົມຄົ້ນຄວ້າຍຸດທະສາດໃຫ້ກອງທັບປະຊາຊົນລາວ
ກປ.ອອນໄລ - ຕອນເຊົ້າວັນທີ 3 ສິງຫາ, ທີ່ຮ່າໂນ້ຍ, ສະຖາບັນຍຸດທະສາດປ້ອງກັນຊາດ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄຂຊຸດຝຶກອົບຮົມໃຫ້ພະນັກງານຄົ້ນຄວ້າຍຸດທະສາດກອງທັບປະຊາຊົນລາວ ຊຸດທີ 3 ປີ 2018.
ຊຸດຝຶກອົບຮົມໃນຄັ້ງນີ້ຈະແກ່ຍາວເປັນເວລາ 4 ເດືອນ, ພະນັກງານກອງທັບປະຊາຊົນລາວ ຈະໄດ້ຮໍ່າຮຽນ, ຄົ້ນຄວ້າທິດສະດີ; ປະຕິບັດການຮຽບຮຽງ ບັນດາຫົວເລື່ອງສະເພາະທີ່ກ່ຽວຂ້ອງເຖິງບັນຫາຍຸດທະສາດໃນຂົງເຂດການທະຫານ, ການປ້ອງກັນຊາດ ແລະບັນດາຫົວເລື່ອງສະເພາະໃນໂຄງການ ຮ່ວມມືລະຫວ່າງສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ ແລະກົມວິທະຍາສາດປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ. ນີ້ແມ່ນບັນດາເນື້ອໃນພື້ນຖານ, ເພື່ອເປັນພື້ນຖານໃຫ້ຄະນະພະນັກງານ ກອງທັບປະຊາຊົນລາວ ພາຍຫຼັງກັບເມືອປະເທດສາມາດໄປນໍາໃຊ້ເຂົ້າໃນ ວຽກງານຂອງຕົນຢູ່ກົມກອງ.
|
|
ບັນດາຜູ້ແທນເຂົ້າຮ່ວມພິທີໄຂຊຸດຝຶກອົບຮົມຖ່າຍຮູບເປັນທີ່ລະນຶກ. ພາບ: ຟ້າມຮຸຍ. |
ຕາມລາຍການ, ນັກສໍາມະນາກອນເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ຈະໄດ້ໄປຄົ້ນຄວ້າຕົວຈິງຢູ່ບາງກົມກອງຂອງກອງທັບປະຊາຊົນຫວຽດນາມ, ຜ່ານນັ້ນ ຊ່ວຍຍົກສູງລະດັບຄວາມຮູ້, ທັກສະດ້ານວິຊາການ; ພ້ອມທັງປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບ ແລະການຮ່ວມມືລະຫວ່າງກອງທັບ ສອງປະເທດ.
ແປໂດຍ: ຮວ່າງເຈື່ອງ