ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ໂງມິງຕ໋ຽນ ຕີລາຄາການພົົວພັນດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ປາກິດສະຖານ ໃນໄລຍະຜ່ານມາໄດ້ມີບາດກ້າວພັດທະນາທີ່ໜ້າຊື່ນຊົມ; ພ້ອມທັງສະເໜີໃນຖານະເປັນທູດທະຫານ ປາກິດສະຖານ ປະຈໍາຫວຽດນາມ, ທ່ານພັນເອກ Hasnain Syed Muhammad Hasnain ຈະມີການປະກອບສ່ວນແທດຈິງຫຼາຍຢ່າງເຂົ້າໃນການຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງປະເທດໃຫ້ນັບມື້ນັບແທດຈິງ ແລະມີປະສິດທິຜົນກວ່າອີກ.

leftcenterrightdel
ທ່ານພົນຈັດຕະວາ ໂງມິງຕ໋ຽນ ແລກປ່ຽນກັບພັນເອກ  Syed Muhammad Hasnain ທີ່ການຕ້ອນຮັບ. ພາບ: ວັນຮ໋ຽວ.

ສ່ວນທ່ານພັນເອກ Hasnain Syed Muhammad Hasnain ໄດ້ສະແດງຄວາມຂອບໃຈຕໍ່ການນໍາກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ທີ່ໄດ້ສະຫຼະເວລາຕ້ອນຮັບ, ພ້ອມທັງສະແດງຄວາມປາດຖະໜາວ່າສອງຝ່າຍຈະລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໂດຍໄວ, ເພື່ອເປັນພື້ນຖານຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ປາກິດສະຖານ ໃນໄລຍະຈະມາເຖິງ.

ແປໂດຍ: ຮວ່າງເຈື່ອງ