ກ່າວຄໍາເຫັນທີ່ພິທີ, ທ່ານພັນເອກພິເສດ ຫງວຽນວັນຈີ໋ງ, ຮອງຫົວໜ້າຫ້ອງວ່າການຄະນະພັກການທະຫານສູນກາງ-ຫ້ອງວ່າການກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ, ຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນເປັນເວລາ 1 ເດືອນ, ສຸມໃສ່ເຂົ້າບັນດາບັນຫາພື້ນຖານກ່ຽວກັບວຽກງານປະຕູຖານຂໍ້ມູນເອເລັກໂຕນິກ, ເຊິ່ງແມ່ນພາກສ່ວນໜຶ່ງທີ່ສໍາຄັນຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ໃນນັ້ນມີກະຊວງປ້ອງກັນປະເທດ, ໃນການຄຸ້ມຄອງ, ປະກາດເປີດເຜີຍຂໍ້ມູນຢ່າງເປັນທາງການ, ເຕົ້າໂຮມບັນດາຂໍ້ມູນບໍລິການສາທາລະນະອອນໄລ ແລະເຊື່ອມຕໍ່ກັບລັດຖະບານໃນຂັ້ນຕອນກໍ່ສ້າງລັດຖະບານເອເລັກໂຕນິກຂອງແຕ່ລະປະເທດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມ. ພາບ: ຮວ່າງຫວູ໊.

ໃນໂອກາດນີ້, ບັນດາພະນັກງານກອງທັບປະຊາຊົນລາວ ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ຈະໄດ້ໄປຄົ້ນຄວ້າຕົວຈິງຢູ່ບາງອົງການ ແລະກົມກອງທັງຢູ່ພາຍໃນ ແລະນອກກອງທັບ, ຢ້ຽມຢາມບາງເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທໍາ... ຜ່ານນັ້ນ, ບໍ່ພຽງແຕ່ຊ່ວຍຍົກສູງຄວາມຮູ້, ທັກສະວິຊາສະເພາະເທົ່ານັ້ນ ຫາກຍັງເພີ່ມທະວີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະເທດຊາດ, ຊາວຫວຽດນາມ ກວ່າອີກ.

 

ແປໂດຍ: ເຈິ່ນຮວ່ຽນ