leftcenterrightdel
ທ່ານພົນໂທ ຫງວຽນຈິວີ໋ງ ຖ່າຍຮູບກັບທູດທະຫານອິນເດຍ ຄົນໃໝ່ ແລະຄົນເກົ່າ. ພາບ: ຮວ່າງຫວູ.

ທ່ານພົນໂທ ຫງວຽນຈິວີ໋ງ ຕີລາຄາວ່າສາຍພົວພັນປ້ອງຊາດສອງຝ່າຍ ຫວຽດນາມ-ອິນເດຍ ໃນໄລຍະຜ່ານມາໄດ້ຮັບການເປີດກວ້າງ ແລະເຂົ້າສູ່ລວງເລິກ, ນັບມື້ນັບມີປະສິດທິຜົນລະອຽດ. ທ່ານພົນໂທ ຫງວຽນຈິວີ໋ງ ຮັບຮູ້ ແລະຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານພັນເອກ PS Punia ສໍາລັບສາຍພົວພັນປ້ອງກັນຊາດສອງຝ່າຍ ອິນເດຍ-ຫວຽດນາມ ໃນອາຍຸການປະຕິບັດງານຜ່ານມາ ແລະປາດຖະໜາວ່າໃນຖານະຕໍາແໜ່ງວຽກງານໃໝ່, ທ່ານພັນເອກ PS Punia ຈະສືບຕໍ່ມານະພະຍາຍາມຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ, ສອງກອງທັບໃຫ້ນັບມື້ນັບພັດທະນາ. ທ່ານພົນໂທ ຫງວຽນຈິວີ໋ງ ຊົມເຊີຍທ່ານພັນເອກ Varandan Kumar ມາຮັບໜ້າທີ່ເປັນທູດທະຫານອິນເດຍ ປະຈໍາ ຫວຽດນາມ ແລະສະເໜີທ່ານພັນເອກ Varandan Kumar ສືບຕໍ່ສືບທອດ ແລະເສີມຂະຫຍາຍບັນດາໝາກຜົນເຊິ່ງທ່ານພັນເອກ PS Punia ເຮັດໄດ້ ແລະມີຫຼາຍຂໍ້ລິເລີ່ມໃໝ່ ເພື່ອຊຸກຍູ້ສາຍພົວພັນສອງຝ່າຍໃຫ້ນັບມື້ນັບມີປະສິດທິຜົນກວ່າອີກ.

ທ່ານພົນໂທ ຫງວຽນຈິວີ໋ງ ຢືນຢັນວ່າກະຊວງປ້ອງກັນປະເທດຫວຽດນາມ ຈະອໍານວຍຄວາມສະດວກທຸກຢ່າງ ເພື່ອໃຫ້ທ່ານພັນເອກ Varandan Kumar ປະຕິບັດສໍາເລັດໜ້າທີ່ຂອງຕົນຢ່າງຈົບງາມ.

 

ແປໂດຍ: ເກື່ອງດັ້ງ