ກ່າວຄໍາເຫັນທີ່ພິທີປິດ, ທ່ານພົນຈັດຕະວາ ຫງວຽນວັນແຮ້ງ, ປະທານສານທະຫານສູນກາງ ໃຫ້ຮູ້ວ່າ, ພາຍຫຼັງຜັນຂະຫຍາຍຊຸດຝຶກອົບຮົມມາເປັນເວລາໜຶ່ງເດືອນໄດ້ປະຕິບັດສໍາເລັດແຜນການ, ເນື້ອໃນ, ລາຍການທີ່ໄດ້ວາງອອກ. ບັນດາພະນັກງານສານທະຫານ ສປປ ລາວ ໄດ້ຮັບເອົາ, ແລກປ່ຽນເນື້ອໃນສໍາຄັນຫຼາຍຢ່າງກ່ຽວກັບປະມວນກົດໝາຍອາຍາ, ປະມວນກົດໝາຍດໍາເນີນຄະດີອາຍາ ຂອງຫວຽດນາມ ແລະບັນດາຄວາມຮູ້, ທັກສະ ກໍ່ຄື ບົດຮຽນແທດຈິງກ່ຽວກັບວິຊາສະເພາະສານທະຫານ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນວັນແຮ້ງ ມອບໃບຢັ້ງຢືນສໍາເລັດຊຸດຝຶກອົບຮົມໃຫ້ແກ່ບັນດາພະນັກງານສານທະຫານ ສປປ ລາວ. ພາບ: ຮວ່າງຫວູ

ບົນພື້ນຖານບັນດາຄວາມຮູ້ ທີ່ໄດ້ຮັບເອົາໃນຊຸດຝຶກອົບຮົມຄັ້ງນີ້, ທ່ານພົນຈັດຕະວາ ຫງວຽນວັນແຮ້ງ ສະແດງຄວາມຫວັງວ່າ ເມື່ອກັບຄືນປະເທດ, ບັນດາພະນັກງານສານທະຫານ ສປປ ລາວ ຈະສືບຕໍ່ຮໍ່າຮຽນ, ຄົ້ນຄວ້າ, ຍົກສູງລະດັບຄວາມຮູ້ດ້ວຍຕົນເອງ, ໝູນໃຊ້ໃຫ້ເໝາະສົມກັບຮູບແບບ, ການຈັດຕັ້ງຂອງອົງການ, ກົມກອງຕົນເພື່ອນໍາບັນດາຄວາມຮູ້ນັ້ນເຂົ້າໃນການປະຕິບັດງານຕົວຈິງ, ປະຕິບັດສໍາເລັດໜ້າທີ່, ຄວາມຮັບຜິດຊອບທີ່ໄດ້ມອບໝາຍໃຫ້, ປະກອບສ່ວນຕັ້ງໜ້າເຂົ້າໃນພາລະກິດກໍ່ສ້າງຂະແໜງສານທະຫານ ແລະພື້ນຖານຕຸລາການລາວ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ ແລະພັດທະນາ.

 

ແປໂດຍ: ທູຈາງ