leftcenterrightdel
ທ່ານພົນໂທ ຟານວັນຢາງ ແລກປ່ຽນກັບທ່ານພົນໂທ Um Huyn-seong. ພາບ: ວັນຮ໋ຽວ.

ຕາງໜ້າການນໍາກະຊວງປ້ອງກັນປະເທດ, ທ່ານພົນໂທ ຟານວັນຢາງ ຊົມເຊີຍທ່ານພົນໂທ Um Huyn-seong ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ; ຢັ້ງຢືນວ່າ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນຊຸມປີຜ່ານມາໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືລະຫວ່າງກໍາລັງທະຫານເຮືອສອງປະເທດ. ພິເສດ, ໃນທ້າຍເດືອນ ເມສາ 2018, ກະຊວງປ້ອງກັນປະເທດຫວຽດນາມ ແລະ ສ.ເກົາຫຼີ ໄດ້ລົງນາມໃນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດເຖິງປີ 2030, ໃນນັ້ນເຫັນດີເປັນເອກະພາບຄວນຍູ້ແຮງການພົວພັນດ້ານປ້ອງກັນຊາດໃຫ້ສົມກັບສາຍພົວພັນຂອງສອງປະເທດ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ຖ່າຍຮູບກັບທ່ານພົນໂທ Um Huyn-seong ແລະບັນດາສະມາຊິກໃນຄະນະ. ພາບ: ວັນຮ໋ຽວ.

ສ່ວນທ່ານພົນໂທ Um Huyn-seong ຂອບອົກຂອບໃຈທ່ານພົນໂທ ຟານວັນຢາງ ທີ່ໄດ້ສະຫງວນເວລາຕ້ອນຮັບຄະນະ ແລະແຈ້ງໃຫ້ທ່ານພົນໂທ ຟານວັນຢາງ ຮັບຊາບກ່ຽວກັບຜົນແຫ່ງການເຮັດວຽກກັບທ່ານພົນຕີ ຟ້າມຮວ່າຍນາມ, ຜູ້ບັນຊາການເຫຼົ່າທັບເຮືອ. ຕາມນັ້ນແລ້ວ, ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບບັນດາເນື້ອໃນຮ່ວມມືໃນໄລຍະຈະມາເຖິງ.

ຕີລາຄາສູງການເຮັດວຽກ, ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ, ການນໍາກະຊວງປ້ອງກັນປະເທດ ຍາມໃດກໍ່ສ້າງເງື່ອນໄຂເພື່ອໃຫ້ກໍາລັງທະຫານເຮືອຫວຽດນາມ ແລະສ.ເກົາຫຼີ ຊຸກຍູ້ການຮ່ວມມື, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດ, ສອງກອງທັບ.

 

ແປໂດຍ: ຫງວຽນກຸກ