ວັນທີ 4 ກໍລະກົດ, ທີ່ສຳນັກງານກະຊວງປ້ອງກັນປະເທດຍີ່ປຸ່ນ, ທ່ານ Ro Manabe ແລະທ່ານພົນໂທ ຫງວຽນຈີ໋ວິ້ງ ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ຍີ່ປຸ່ນ.

ທ່ານ Ro Manabe ຢືນຢັນວ່າ, ຍີ່ປຸ່ນ ຍາມໃດກໍ່ຖືເປັນສຳຄັນບົດບາດຂອງ ຫວຽດນາມ ໃນພາກພື້ນ, ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະການພົວພັນດ້ານປ້ອງກັນຊາດກັບ ຫວຽດນາມ ເວົ້າສະເພາະ.

leftcenterrightdel
ບັນຍາກາດທີ່ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ຍີ່ປຸ່ນ ຄັ້ງທີ 6. ພາບ: vov.vn.

ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຂອງສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະສືບຕໍ່ເຫັນດີເປັນເອກະພາບໂດຍຖືວ່າສັນຕິພາບ, ການຮ່ວມມື ແລະການພັດທະນາແມ່ນທ່າອ່ຽງລວມຂອງບັນດາປະເທດທັງໝົດໃນຍຸກປັດຈຸບັນ; ທຸກການຂັດແຍ່ງ, ຄວາມບໍ່ລົງລອຍກັນຕ້ອງໄດ້ແກ້ໄຂຜ່ານການເຈລະຈາສັນຕິພາບ, ບົນພື້ນຖານເຄົາລົບກົດໝາຍສາກົນ, ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງອາວຸດ.

ກ່ຽວກັບການພົວພັນດ້ານປ້ອງກັນຊາດສອງຝ່າຍ, ສອງຝ່າຍຖືວ່າ, ບົນພື້ນຖານເນື້ອໃນບົດບັນທຶກຊ່ວຍຈຳລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດຍີ່ປຸ່ນ ກ່ຽວກັບການຮ່ວມມື ແລະແລກປ່ຽນການປ້ອງກັນຊາດສອງຝ່າຍ (ລົງນາມໃນເດືອນ ຕຸລາ 2011) ແລະກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ການຮ່ວມມືສືບຕໍ່ມີບັນດາບາດກ້າວພັດທະນາທີ່ມີປະສິດທິຜົນ, ແທດຈິງ, ພິເສດແມ່ນໃນບັນດາຂົງເຂດຄືການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການພົບປະແລກປ່ຽນລະຫວ່າງກຳລັງທະຫານອາກາດ, ທະຫານເຮືອຂອງສອງຝ່າຍ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ.

 

ແປໂດຍ: ຮຸຍດົງ