leftcenterrightdel
ທ່ານພົນໂທ ເລຈຽມ ຕ້ອນຮັບທ່ານພັນເອກ ກັນທອງ ສຸກເລືອງຄຳ. ພາບ: qdnd.vn.

ທ່ານພັນເອກ ກັນທອງ ສຸກເລືອງຄຳ ແຈ້ງໃຫ້ທ່ານພົນໂທ ເລຈຽມ ຮັບຊາບໝາກຜົນການພົບປະເຈລະຈາກັບຄະນະຜູ້ແທນກົມລະບອບກົດໝາຍ-ກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນຈັດຕະວາ ຮ່ານແມ້ງທັ໋ງ, ຫົວໜ້າກົມເປັນຫົວໜ້າຄະນະ. ຕາມນັ້ນແລ້ວ, ສອງຝ່າຍໄດ້ແນະນໍາໃຫ້ກັນຊາບກ່ຽວກັບປະຫວັດແຫ່ງການກຳເນີດ, ພາລະບົດບາດ, ໜ້າທີ່, ການຈັດຕັ້ງບັນຈຸຂອງກົມລະບອບກົດໝາຍ-ກະຊວງປ້ອງກັນປະເທດຫວຽດນາມ ແລະກົມກົດໝາຍ-ກະຊວງປ້ອງກັນປະເທດລາວ. ສອງຝ່າຍເຫັນດີເປັນເອກະພາບຖືວ່າໃນໄລຍະຈະມາເຖິງ, ກົມລະບອບກົດໝາຍ-ກະຊວງປ້ອງກັນປະເທດຫວຽດນາມ ແລະກົມກົດໝາຍ-ກະຊວງປ້ອງກັນປະເທດລາວ ຄວນຍູ້ແຮງການຮ່ວມມື, ແລກປ່ຽນບົດຮຽນ, ໜູນຊ່ວຍເຊິ່ງກັນ ແລະກັນໃນການສ້າງກົດໝາຍວ່າດ້ວຍການທະຫານ, ການປ້ອງກັນຊາດລະຫວ່າງສອງປະເທດກວ່າອີກ.

leftcenterrightdel
ທ່ານພົນໂທ ເລຈຽມ ແລະທ່ານພັນເອກ ກັນທອງ ສຸກເລືອງຄຳ ຖ່າຍຮູບເປັນທີ່ລະນຶກພ້ອມກັບບັນດາຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ.

ຕີລາຄາສູງໝາກຜົນການພົບປະເຈລະຈາ, ທ່ານພົນໂທ ເລຈຽມ ຢືນຢັນວ່າການນໍາກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກ ເພື່ອໃຫ້ສອງອົງການເພີ່ມທະວີການຮ່ວມມື, ປະຕິບັດສຳເລັດໜ້າທີ່ຂອງແຕ່ລະຝ່າຍເປັນຢ່າງດີ ແລະຜ່ານນັ້ນປະກອບສ່ວນເຮັດໃຫ້ສາຍພົວພັນລະຫວ່າງກອງທັບສອງປະເທດໃຫ້ເລິກເຊິ່ງກວ່າອີກ.

ໃນໄລຍະຈະມາເຖິງ, ສອງອົງການຄວນເອົາໃຈໃສ່ເປັນພິເສດເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນ, ຮ່ວມມືບໍາລຸງສ້າງຖັນແຖວພະນັກງານ, ພາລະກອນລະບອບກົດໝາຍໃຫ້ມີກຳລັງຄວາມສາມາດຢ່າງພຽງພໍ ເພື່ອປະຕິບັດສໍາເລັດໜ້າທີ່ໄດ້ຮັບການມອບໝາຍ.

 

ແປໂດຍ: ເຈິ່ນຮວ່ຽນ