ຕາງໜ້າໃຫ້ຄະນະປະຕິບັດງານ, ທ່ານ ບຸນຕົ້ນ ຈັນທະພອນ ສະແດງຄວາມຂອບໃຈທະຫານຊາຍແດນແຂວງ ເງ້ອານ ໃນຊຸມປີຜ່ານມາ ໄດ້ຊ່ວຍແຂວງ ຊຽງຂວາງ ຝຶກແອບດ້ານວິຊາສະເພາະໃນການປົກປັກຮັກສາຊາຍແດນ ໃຫ້ແກ່ຖັນແຖວພະນັກງານສະເພາະກິດ; ໜູນຊ່ວຍທາງດ້ານຈິດໃຈ ແລະວັດຖຸໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າລາວ ຢູ່ລຽບຕາມເສັ້ນຊາຍແດນ; ສົມທົບກັບບັນດາກໍາລັງຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນ; ຕໍ່ສູ້ກັບອາດຊະຍາກໍາປະເພດຕ່າງໆຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນອາດຊະຍາກໍາຢາເສບຕິດ.

ທ່ານ ບຸນຕົ້ນ ຈັນທະພອນ ປາດຖະໜາຢາກໃຫ້ທະຫານຊາຍແດນແຂວງ ເງ້ອານ ສືບຕໍ່ບໍາລຸງສ້າງ, ໜູນຊ່ວຍຕື່ມກ່ຽວກັບດ້ານວິຊາສະເພາະໃຫ້ແກ່ກໍາລັງປົກປັກຮັກສາຊາຍແດນແຂວງ ຊຽງຂວາງ; ເພີ່ມທະວີການແລກປ່ຽນກ່ຽວກັບສະພາບການ ແລະຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ເພື່ອພ້ອມກັນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະຮ່ວມມືແບບຍືນຍົງ.

leftcenterrightdel
ການນໍາທະຫານຊາຍແດນແຂວງ ເງ້ອານ ມອບຂອງຂວັນໃຫ້ຄະນະປະຕິບັດງານແຂວງ ຊຽງຂວາງ. ພາບ: ຫາຍເທື້ອງ.

ກ່າວຄໍາເຫັນທີ່ການຕ້ອນຮັບຄະນະ, ທ່ານພັນເອກພິເສດ ເຈິ່ນຫາຍບິ່ງ ຜູ້ບັນຊາການທະຫານຊາຍແດນແຂວງ ເງ້ອານ ຢັ້ງຢືນວ່າ, ໃນໄລຍະຈະມາເຖິງ, ອົງການກ່ຽວຂ້ອງຂອງສອງແຂວງ ຈະສືບຕໍ່ເພີ່ມທະວີສາຍພົວພັນສາມັກຄີໃນການຕໍ່ສູ້, ຕ້ານ ແລະສະກັດກັ້ນອາດຊະຍາກໍາປະເພດຕ່າງໆ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢູ່ເຂດຂາຍແດນໄວ້ໃຫ້ໝັ້ນຄົງ, ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງສອງແຂວງ ແລະສອງປະເທດ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາຢ່າງບໍ່ຢຸດຢ້ັງ.

 

ແປໂດຍ: ກວຽດເຕີມ