ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ຖືວ່າ, ໃນໄລຍະຜ່ານມາ, ການພົວພັນດ້ານປ້ອງກັນຊາດສອງຝ່າຍສືບຕໍ່ໄດ້ເພີ່ມທະວີ ແລະຢັ້ງຢືນບົດບາດ ແມ່ນໜຶ່ງໃນບັນດາເສົາຄໍ້າຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງພັກ, ສອງລັດ. ກອງທັບສອງປະເທດໄດ້ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ການພົບປະແລກປ່ຽນນາຍທະຫານໜຸ່ມ, ການພົບປະແລກປ່ຽນຊາຍແດນມິດຕະພາບ, ການລາດຕະເວນຮ່ວມ, ການສຶກສາ-ບໍາລຸງສ້າງ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ທີ່ການຕ້ອນຮັບບັນດາພະນັກງານ, ນັກຄົ້ນຄວ້າໂຮງຮຽນມະຫາວິທະຍາໄລປ້ອງກັນຊາດທະຫານປົດປ່ອຍປະຊາຊົນຈີນ. ພາບ: ວັນຮ໋ຽວ.

ຕາງໜ້າໃຫ້ຄະນະ, ທ່ານພົນຕີ Xiao Tianliang ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດຂອງການນໍາກະຊວງປ້ອງກັນປະເທດຫວຽດນາມ; ເນັ້ນໜັກວ່າການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ຂອງຄະນະແມ່ນແນໃສ່ຮໍ່າຮຽນ, ແລກປ່ຽນບົດຮຽນໃນວຽກງານການຝຶກແອບ, ການສຶກສາ-ບໍາລຸງສ້າງ, ກໍ່ສ້າງກອງທັບ, ວຽກງານພັກ, ວຽກງານການເມືອງຂອງກອງທັບປະຊາຊົນຫວຽດນາມ, ຜ່ານນັ້ນ, ປະກອບສ່ວນນໍາການພົວພັນດ້ານປ້ອງກັນຊາດ ຫວຽດນາມ-ຈີນ ເຂົ້າສູ່ລວງເລິກ, ມີປະສິດທິຜົນແທດຈິງ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຕີ Xiao Tianliang,  ຮອງອະທິການບໍດີໂຮງຮຽນມະຫາວິທະຍາໄລປ້ອງກັນຊາດທະຫານປົດປ່ອຍປະຊາຊົນຈີນ. ພາບ: ວັນຮ໋ຽວ.
leftcenterrightdel
ທ່ານພົນເອກ ໂງຊວນລິກ ພ້ອມກັບບັນດາພະນັກງານ,  ນັກຄົ້ນຄວ້າໂຮງຮຽນມະຫາວິທະຍາໄລປ້ອງກັນຊາດທະຫານປົດປ່ອຍປະຊາຊົນຈີນ. ພາບ: ວັນຮ໋ຽວ.

ຕີລາຄາສູງໝາກຜົນຂອງການເຮັດວຽກ, ທ່ານພົນເອກ ໂງຊວນລິກ ປາດຖະໜາຢາກໃຫ້ກອງທັບສອງປະເທດເວົ້າລວມ, ວິທະຍາຄານປ້ອງກັນຊາດຫວຽດນາມ ແລະໂຮງຮຽນມະຫາວິທະຍາໄລປ້ອງກັນຊາດທະຫານປົດປ່ອຍປະຊາຊົນຈີນ ເວົ້າສະເພາະສືບຕໍ່ຮ່ວມມືໃນບັນດາຂົງເຂດເຊິ່ງສອງຝ່າຍມີທ່າແຮງ, ໃນນັ້ນມີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ການຮ່ວມມືຄົ້ນຄວ້າທິດສະດີດ້ານການທະຫານ, ການບໍາລຸງສ້າງພະນັກງານຂັ້ນສູງ... ເພື່ອນໍາການຮ່ວມມືດ້ານປ້ອງກັນຊາດໃຫ້ນັບມື້ນັບພັດທະນາຢ່າງມີປະສິດທິຜົນ, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

 

ແປໂດຍ: ທູຈາງ