ຕ້ອນຮັບຄະນະຢູ່ຊາຍແດນຫວຽດນາມ-ກໍາປູເຈຍ ມີທ່ານພົນຕີ ເລຮ່ຽນເວີນ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະທ່ານພົນຕີ ຫວໍມິງເລືອງ, ກໍາມະການສູນກາງພັກ, ຜູ້ບັນຊາການທະຫານເຂດ 7; ພ້ອມດ້ວຍຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.

leftcenterrightdel
ທ່ານພົນຕີ ເລຮ່ຽນເວີນ ມອບຊໍ່ດອກໄມ້ໃຫ້ທ່ານພົນເອກ Tea Banh  ທີ່ພິທີຕ້ອນຮັບ. ພາບ: ມິງຫງວຽນ.

ການຢ້ຽມຢາມຂອງຄະນະຜູ້ແທນກະຊວງປ້ອງກັນປະເທດລາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້ແມ່ນເພື່ອແນໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ຮຸ່ນໜຸ່ມກໍາປູເຈຍ ເຂົ້າໃຈແຈ້ງກວ່າກ່ຽວກັບຄຸນງາມຄວາມດີຂອງບັນພະບຸລຸດໃນພາລະກິດຊອກຫາເສັ້ນທາງໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດ, ປະກອບສ່ວນເພີ່ມທະວີໃຫ້ແກ່ການພົວພັນ, ນ້ຳໃຈສາມັກຄີຫວຽດນາມ-ກໍາປູເຈຍ.

ທີ່ຫໍວັດທະນະທໍາ ລົກແທ້ງ (ຝ່າຍກໍາປູເຈຍເອີ້ນວ່າຫໍພິພິທະພັນເສັ້ນທາງກ້າວໄປເຖິງການໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດ), ທ່ານພົນເອກ Tea Banh ໄດ້ໄປຢ້ຽມຊົມ,  ພົບປະ ແລະໂອ້ລົມກັບກໍາລັງປະກອບອາວຸດ ແລະປະຊາຊົນຕາແສງ ລົກແທ້ງ ແລະລົກເຕີ໋ນ (ເມືອງ ລົກນິງ). ເມື່ອເລົ່າຄືນວິວັດແຫ່ງການຊອກຫາເສັ້ນທາງກູ້ຊາດຂອງທ່ານນາຍົກລັດຖະມົນຕີ ຮຸນແຊນ, ທ່ານພົນເອກ Tea Banh ໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີ ຮຸນແຊນ ແລະເພື່ອນຮ່ວມກອງໄດ້ຮັບການຊ່ວຍເຫຼືອອັນໃຫຍ່ຫຼວງຈາກກອງທັບ ແລະປະຊາຊົນຫວຽດນາມ. ທ່ານພົນເອກ Tea Banh ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ພັກ, ອໍານາດການປົກຄອງ, ກອງທັບ ແລະປະຊາຊົນຫວຽດນາມ ທີ່ໄດ້ໜູນຊ່ວຍ, ຊ່ວຍເຫຼືອກໍາປູເຈຍໃນບັນດາໄລຍະປະຫວັດສາດ ແລະເຊື່ອໝັ້ນວ່າຜ່ານການຢ້ຽມຢາມຄັ້ງນີ້ຈະສືບຕໍ່ຮັກສາ, ພັດທະນາການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອຍາວນານລະຫວ່າງສອງປະເທດ.

 

ແປໂດຍ: ຮວ່າງເຈື່ອງ