leftcenterrightdel
ຄະນະທູດທະຫານໄປຢ້ຽມຢາມກອງບັນຊາການຕໍາຫຼວດທະເລເຂດ 3 ຢູ່ ຫວູງເຕົາ. ພາບ: qdnd.vn.

ວັນທີ 17 ມິຖຸນາ, ເມື່ອມາຢ້ຽມຢາມຕໍາຫຼວດທະເລເຂດ 3 (ແຂວງ ບ່າເຣ້ຍ-ຫວູງເຕົາ), ຄະນະໄດ້ຮັບການຕ້ອນຮັບຢ່າງສົມກຽດຈາກກອງບັນຊາການເຂດ ແລະໄດ້ຮັບຟັງແນະນໍາກ່ຽວກັບພາລະບົດບາດ, ໜ້າທີ່; ການຮ່ວມມືສາກົນຂອງເຂດໃນໄລຍະຜ່ານມາ. ວັນທີ 18 ມິຖຸນາ, ທ່ານ ເລແທງລຽມ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນນະຄອນ ໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບຄະນະທູດທະຫານບັນດາປະເທດ ປະຈໍາ ຫວຽດນາມ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນວັນນາມ ຮອງຜູ້ບັນຊາການທະຫານເຂດ 7 ຕ້ອນຮັບຄະນະ. ພາບ: qdnd.vn.

ວັນທີ 19 ມິຖຸນາ, ທີ່ນະຄອນ ຍາຈາງ, ເມື່ອມາຢ້ຽມຢາມວິທະຍາຄານທະຫານເຮືອ, ຄະນະໄດ້ຮັບການຕ້ອນຮັບຈາກຄະນະອໍານວຍການວິທະຍາຄານທະຫານເຮືອ ແລະຮັບຟັງແນະນໍາກ່ຽວກັບໜ້າທີ່ບໍາລຸງສ້າງ, ຄົ້ນຄວ້າວິທະຍາສາດ ແລະການຮ່ວມມືສາກົນຂອງວິທະຍາຄານ. ພິເສດ, ຄະນະໄດ້ໄປຢ້ຽມຢາມກໍາປັ່ນຝຶກແອບ ເລກຸ໋ຍດົນ ແລະພົບປະແລກປ່ຽນກັບບັນດາລູກເຮືອໜຸ່ມ.

ນອກບັນດາການເຄື່ອນໄຫວດັ່ງກ່າວ, ຄະນະຍັງໄດ້ໄປຢ້ຽມຢາມທ່າກຳປັ່ນ ຍ່າຣົ່ງ ແລະບາງທັດສະນີຍະພາບຂອງທ້ອງຖິ່ນ. ການເດີນທາງຂອງຄະນະທູດການທະຫານໄດ້ປະສົບຜົນສຳເລັດຢ່າງຈົບງາມ, ຮັບປະກັນຄວາມສະຫງົບ, ປອດໄພຢ່າງເດັດຂາດ.

leftcenterrightdel
ທ່ານ ເລແທງລຽມ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນນະຄອນ ໂຮ່ຈິມິນ ມອບສັນຍາລັກຂອງນະຄອນໃຫ້ຫົວໜ້າຄະນະທູດການທະຫານບັນດາປະເທດ. ພາບ: qdnd.vn.

ຕາງໜ້າຄະນະ, ທ່ານພັນເອກ ໂຕນເທິດຕ໋ວນ, ທູດປ້ອງກັນຊາດອາເມລິກາ, ຫົວໜ້າຄະນະທູດທະຫານບັນດາປະເທດ ປະຈໍາ ຫວຽດນາມ ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ຈັດຕັ້ງການເດີນທາງຄັ້ງນີ້, ປະກອບສ່ວນເພີ່ມທະວີສາຍພົວພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງທູດທະຫານບັນດາປະເທດ ແລະປະຊາຊົນ, ກອງທັບຫວຽດນາມ. ຄະນະປາດຖະໜາວ່າໃນໄລຍະຈະມາເຖິງກະຊວງປ້ອງກັນປະເທດຫວຽດນາມ ສືບຕໍ່ສ້າງເງື່ອນໄຂໃຫ້ຄະນະໄປຢ້ຽມຢາມ ແລະເຮັດວຽກກັບບາງກົມກອງກອງທັບຫວຽດນາມ.

 

ແປໂດຍ: ເຈິ່ນຮວ່ຽນ