ກ່າວຄໍາເຫັນທີ່ພິທີໄຂ, ທ່ານພົນຈັດຕະວາ ຫງວຽນວັນແຮ້ງ, ຮອງປະທານສານປະຊາຊົນສູງສຸດ, ປະທານສານທະຫານສູນກາງ, ເນັ້ນໜັກວ່າໃນຫຼາຍປີຜ່ານມາ, ສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ, ໃນນັ້ນມີຂົງເຂດຕຸລາການໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ການຮ່ວມມືລະຫວ່າງບັນດາອົງການຕຸລາການໃນກອງທັບກໍ່ມີມູນເຊື້ອມາຫຼາຍປີ ແລະບັນລຸໄດ້ໝາກຜົນອັນດີງາມຫຼາຍຢ່າງ. ຊຸດຝຶກອົບຮົມຄັ້ງນີ້ແມ່ນສະແດງໃຫ້ເຫັນການສືບທອດ ແລະເສີມຂະຫຍາຍມູນເຊື້ອອັນດີງາມນັ້ນຢ່າງມີປະສິດທິຜົນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີໄຂຊຸດຝຶກອົບຮົມຖ່າຍຮູບເປັນທີ່ລະນຶກ. ພາບ: ຮວ່າງຫວູ້.

ຕາມທ່ານພົນຈັດຕະວາ ຫງວຽນວັນແຮ້ງ ແລ້ວ, ໃນໄລຍະຝຶກອົບຮົມມາເປັນເວລາ 1 ເດືອນນັ້ນ, ບັນດາພະນັກງານສານທະຫານ ແຫ່ງ ສປປ ລາວ ຈະຮັບເອົາບັນດາຄວາມຮູ້, ບົດຮຽນຢ່າງແທດຈິງ, ເພື່ອຮັບໃຊ້ໂດຍກົງໃຫ້ແກ່ວຽກງານຕົວຈິງ. ນອກຈາກນັ້ນ, ໃນວິວັດການແລກປ່ຽນ, ຮໍ່າຮຽນ, ຝ່າຍ ຫວຽດນາມ ກໍ່ມີກາລະໂອກາດຮັບເອົາບັນດາບົດຮຽນທີ່ດີຈາກສານທະຫານແຫ່ງ ສປປ ລາວ ເພື່ອສາມາດເພີ່ມເຕີມເຂົ້າໃນທິດສະດີນິຕິກໍາ ແລະປັບປຸງບົດຮຽນໃນການເຄື່ອນໄຫວພຶດຕິກໍາຕົວຈິງຂອງຕົນ.

 

ແປໂດຍ: ກວຽດເຕິມ