ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ການາດາ ນັບມື້ນັບແທດຈິງ, ມີປະສິດທິຜົນ
ກປ.ອອນໄລ - ວັນທີ 5 ມິຖຸນາ, ທີ່ສຳນັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກ ໂງຊວນລິກ ໄດ້ເປັນປະທານພິທີຕ້ອນຮັບທ່ານ Harjit Singh Sajjan ລັດຖະມົນຕີປ້ອງກັນປະເທດການາດາ. ພາຍຫຼັງພິທີຕ້ອນຮັບ, ທ່ານລັດຖະມົນຕີ ໂງຊວນລິກ ແລະທ່ານລັດຖະມົນຕີ Harjit Singh Sajjan ດຳເນີນການເຈລະຈາ.
|
|
ທ່ານລັດຖະມົນຕີ ໂງຊວນລິກ ແລະທ່ານລັດຖະມົນຕີ Harjit Singh Sajjan ທີ່ພິທີຕ້ອນຮັບ. ພາບ: ຈ້ອງຫາຍ. |
|
|
ລັດຖະມົນຕີສອງທ່ານກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ ທີ່ພິທີຕ້ອນຮັບ. ພາບ: ຈ້ອງຫາຍ. |
ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນບັນດາບັນຫາໃນໂລກ, ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ຕີລາຄາໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ; ເຫັນດີເປັນເອກະພາບຕໍ່ທິດທາງ, ມາດຕະການສືບຕໍ່ຊຸກຍູ້ການພົວພັນດ້ານປ້ອງກັນຊາດໃນໄລຍະຈະມາເຖິງ, ໃນນ້ັນສຸມໃສ່ເຂົ້າໃນບາງຂົງເຂດ ຄື: ຮ່ວມມືດ້ານບຳລຸງສ້າງ, ການຮັກສາສັນຕິພາບສະຫະປະຊາຊາດ, ຄວາມໝັ້ນຄົງທາງທະເລ, ອຸດສາຫະກຳດ້ານປ້ອງກັນຊາດ, ກະຊວງປ້ອງກັນປະເທດຫວຽດນາມ ຊົມເຊີຍການາດາ ສືບຕໍ່ໜູນຊ່ວຍຫວຽດນາມໃນຂົງເຂດບຳລຸງສ້າງ ແລະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.
|
|
ທ່ານລັດຖະມົນຕີ Harjit Singh Sajjan ແນະນຳບັນດາສະມາຊິກຂອງຄະນະການາດາ ກັບທ່ານລັດຖະມົນຕີ ໂງຊວນລິກ. ພາບ: ຈ້ອງຫາຍ. |
|
|
ທ່ານລັດຖະມົນຕີ ໂງຊວນລິກ ແລະທ່ານລັດຖະມົນຕີ Harjit Singh Sajjan ຖ່າຍຮູບກັບບັນດາສະມາຊິກຂອງສອງຄະນະ. ພາບ: ຈ້ອງຫາຍ. |
ສິ້ນສຸດການເຈລະຈາ, ລັດຖະມົນຕີສອງທ່ານໄດ້ເປັນສັກຂີພິຍານພິທີເຊັນບົດບັນທຶກຄວາມຊ່ວຍຈຳກ່ຽວກັບໂຄງການຮ່ວມມື ແລະບຳລຸງສ້າງດ້ານການທະຫານຂອງການາດາ (MTCP). ເລື່ອງເຊັນບົດບັນທຶກຄວາມຊ່ວຍຈຳນີ້ຈະຊ່ວຍໃຫ້ຫວຽດນາມ ມີໂອກາດເຂົ້າຮ່ວມບັນດາຊຸດບຳລຸງສ້າງທີ່ເປັນຫຼາຍຮູບຫຼາຍແບບຢູ່ການາດາ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວພັດທະນາສຳຄັນໃນການພົວພັນດ້ານປ້ອງກັນຊາດສອງຝ່າຍ, ສ້າງເງື່ອນໄຂສະດວກເພື່ອໃຫ້ສອງຝ່າຍຊຸກຍູ້ບັນດາເນື້ອໃນຮ່ວມມືອື່ນ.
|
|
ບັນຍາກາດທີ່ການເຈລະຈາລະຫວ່າງສອງຄະນະ. ພາບ: ຈ້ອງຫາຍ. |
ການຢ້ຽມຢາມຫວຽດນາມ ຂອງທ່ານ Harjit Singh Sajjan ລັດຖະມົນຕີປ້ອງກັນປະເທດການາດາ ມີຄວາມໝາຍສຳຄັນ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບລະຫວ່າງລັດຖະບານ, ກອງທັບ ແລະປະຊາຊົນສອງປະເທດ; ຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ; ພ້ອມທັງປະກອບສ່ວນແທດຈິງໃນການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ການາດາ.
ແປໂດຍ: ຮຸຍດົງ