leftcenterrightdel
 
leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Song Young – moo, ລັດຖະມົນຕີກະຊວງປ້ອງກັນປະເທດ ສ. ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງຜົນງານແຫ່ງການຮ່ວມມືໃນໄລຍະຜ່ານມາຂອງກະຊວງປ້ອງກັນປະເທດສອງປະເທດ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ລັດຖະບານຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ກະຊວງປ້ອງກັນປະເທດສອງປະເທດເພີ່ມທະວີການຮ່ວມມືນັບມື້ນັບມີປະສິດທິຜົນ, ປະກອບສ່ວນເຮັດໃຫ້ເນື້ອແທ້ຂອງການພົວພັນຄູ່ຮ່ວມມືຍຸດທະສາດອຸດົມສົມບູນ ແລະເລິກເຊິ່ງກວ່າອີກ.

ທ່ານລັດຖະມົນຕີ Song Young – moo ຊີ້ແຈ້ງວ່າ, ສ.ເກົາຫຼີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນແຖວໜ້າໃນ “ນະໂຍບາຍທາງທິດໃຕ້ໃໝ່” ຂອງຕົນ. ທ່ານລັດຖະມົນຕີ ຢັ້ງຢືນວ່າຍາມໃດກໍ່ເປີດຊ່ອງທາງເຈລະຈາເປັນປະຈໍາກັບຫວຽດນາມ ແລະກຽມພ້ອມຮ່ວມມືກັບຫວຽດນາມ ໃນຂົງເຂດປ້ອງກັນຊາດ.

 

ແປໂດຍ: ຫງວຽນກຸກ