ການຢ້ຽມຢາມຄັ້ງນີ້ຂອງກອງກໍາປັ່ນ ລັດເຊຍ ແມ່ນໜຶ່ງໃນບັນດາການເຄື່ອນໄຫວຢ່າງລະອຽດ ເພື່ອຜັນຂະຫຍາຍບັນດາເນື້ອໃນຈິດໃຈຂໍ້ຕົກລົງລະຫວ່າງການນໍາກະຊວງປ້ອງກັນປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍ, ໃນນັ້ນມີການຮ່ວມມືດ້ານທະຫານເຮືອ.

leftcenterrightdel
ກໍາປັ່ນ Admiral Vinogradov ແລະກໍາປັ່ນ Admiral Tributs ເຂົ້າທຽບທ່າກໍາປັ່ນສາກົນ ກາມແຣງ. ພາບ: ຮວ່າງຫວຽດ.
leftcenterrightdel
ກໍາປັ່ນ Pechenga ເຂົ້າທຽບທ່າກໍາປັ່ນສາກົນ ກາມແຣງ. ພາບ: ຮວ່າງຫວຽດ.
leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ຮວ່າງຫວຽດ.

ໃນໄລຍະການຢ້ຽມຢາມຈະດໍາເນີນບັນດາການເຄື່ອນໄຫວຄື: ກຸ່ມບັນຊາກອງກໍາປັ່ນເຂົ້າຢ້ຽມຂໍ່ານັບການນໍາຄະນະກໍາມະການປະຊາຊົນແຂວງ ແຄ໋ງຮວ່າ, ການນໍາທະຫານເຮືອເຂດ 4... ວັນທີ 6 ມິຖຸນາ, ກອງກໍາປັ່ນຈະເດີນທາງອອກຈາກທ່າກໍາປັ່ນສາກົນ ກາມແຣງ ແລະສືບຕໍ່ການເດີນທາງຕາມແຜນການ.

 

ແປໂດຍ: ກວຽດເຕິມ