ພິທີຕ້ອນຮັບມີການເຂົ້າຮ່ວມຂອງການນໍາ ແລະຜູ້ຕາງໜ້າສອງຝ່າຍ. ໃນໄລຍະການຢ້ຽມຢາມ, ຜູ້ບັນຊາການກອງກໍາປັ່ນຈະເຂົ້າຢ້ຽມຂໍ່ານັບການນໍາຄະນະກໍາມະການປະຊາຊົນນະຄອນ ດ່ານັ້ງ, ກອງບັນຊາການທະຫານເຮືອເຂດ 3. ລູກເຮືອກອງກໍາປັ່ນທະຫານເຮືອອິນເດຍ ຈະມີການແຂ່ງຂັນບານສົ່ງມິດຕະພາບກັບພະນັກງານ, ນັກຮົບທະຫານເຮືອເຂດ 3 ແລະນັກສຶກສາມະຫາວິທະຍາໄລ ດ່ານັ້ງ; ຢ້ຽມຊົມບາງທັດສະນີຍະພາບຢູ່ນະຄອນດ່ານັ້ງ ແລະແຂວງ ກວາງນາມ.

leftcenterrightdel
ພິທີຕ້ອນຮັບຄະນະ ຢູ່ທ່າກໍາປັ່ນ ຕຽນຊາ. ພາບ: ວັນຈູງ.
leftcenterrightdel
ການນໍາບັນດາອົງການ, ກົມກອງຖ່າຍຮູບເປັນທີ່ລະນຶກພ້ອມກັບກຸ່ມຜູ້ບັນຊາການກອງກໍາປັ່ນທະຫານເຮືອອິນເດຍ. ພາບ: ວັນຈູງ.

ການຢ້ຽມຢາມນະຄອນດ່ານັ້ງ ໃນຄັ້ງນີ້ຂອງກອງກໍາປັ່ນທະຫານເຮືອອິນເດຍ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືມິດຕະພາບ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງກອງທັບສອງປະເທດເວົ້າລວມ ແລະທະຫານເຮືອສອງປະເທດເວົ້າສະເພາະ; ພ້ອມທັງປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມຫວຽດນາມ-ອິນເດຍ.

 

ແປໂດຍ: ຮວ່າງເຈື່ອງ