leftcenterrightdel
ທ່ານພົນໂທ ຟານວັນຢາງ ແລະທ່ານພົນໂທ ສຸວອນ ເລືອງບຸນມີ ເຂົ້າຮ່ວມພິທີ. ພາບ:  qdnd.vn.

ເຂົ້າຮ່ວມພິທີມີທ່ານພົນໂທ ສຸວອນ ເລືອງບຸນມີ, ກໍາມະການສູນກາງພັກປະຊາຊົນ ປະຕິວັດ ລາວ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ; ທ່ານພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

leftcenterrightdel
ໂດຍໄດ້ຮັບມອບສິດຈາກປະທານປະເທດແຫ່ງ ສປປ.ລາວ, ທ່ານພົນໂທ ສຸວອນ ເລືອງບຸນມີ ໄດ້ປະດັບຫຼຽນໄຊອິດສະຫຼະຊັ້ນ I ໃສ່ທຸງໄຊ ຂອງເຫຼົ່າຮົບຕີພິເສດກອງທັບປະຊາຊົນຫວຽດນາມ. ພາບ:  qdnd.vn.

ກ່າວຄໍາເຫັນທີ່ພິທີ, ທ່ານພົນຈັດຕະວາ ໂດ໋ແທງບິ່ງ, ຜູ້ບັນຊາການເຫຼົ່າຮົບຕີພິເສດໄດ້ຫວນຄືນບາງຂີດໝາຍສໍາຄັນໃນວິວັດການຮ່ວມມືລະຫວ່າງກໍາລັງທະຫານຕີພິເສດຂອງສອງປະເທດ, ພິເສດແມ່ນການປະຕິບັດແນວທາງ, ທັດສະນະຂອງພັກ, ການຊີ້ນໍາ, ນໍາພາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດກ່ຽວກັບໜ້າທີ່ສາກົນ ແລະວຽກງານພົວພັນຕ່າງປະເທດດ້ານການທະຫານ. ໃນ 50 ກວ່າປີຜ່ານມາ, ບັນດາພະນັກງານ, ການນໍາ, ຜູ້ບັນຊາການ, ນັກຮົບຮຸ້ນຕ່າງໆຂອງເຫຼົ່າຮົບຕີພິເສດຍາມໃດກໍ່ເອົາໃຈໃສ່ເບິ່ງແຍງດູແລສ້າງ ແລະພັດທະນານໍ້າໃຈມິດຕະພາບ, ນ້ຳໃຈສາມັກຄີສາກົນກັບເພື່ອນມິດທີ່ເປັນມູນເຊື້ອ, ພິເສດແມ່ນກັບກອງທັບ ແລະປະຊາຊົນລາວ ໃນການຕໍ່ຕ້ານກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ. ປະຈຸບັນ, ແຕ່ລະປີບົນພື້ນຖານແຜນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ, ເຫຼົ່າຮົບຕີພິເສດໄດ້ຕັ້ງໜ້າຊ່ວຍກົມ 49 - ທະຫານຕີພິເສດ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໃນຫຼາຍຂົງເຂດ, ຄື: ດໍາເນີນບັນດາການເຄື່ອນໄຫວແລກປ່ຽນ, ຮ່ວມມືໃນການບໍາລຸງສ້າງ, ຝຶກອົບຮົມ, ຝຶກແອບຖັນແຖວພະນັກງານໃຫ້ແກ່ເພື່ອນມິດກ່ຽວກັບດ້ານວິຊາການ, ເຕັກນິກ...

ກ່ອນໜ້ານັ້ນ, ເຫຼົ່າຮົບຕີພິເສດກໍ່ໄດ້ຮັບການປະດັບຫຼຽນໄຊອິດສະຫຼະຊັ້ນ II ແລະຊັ້ນ III ຈາກລັດ ສປປ.ລາວ.

ແປໂດຍ: ຫງວຽນກຸກ