ໃນຂອບເຂດ MNEK 2018, ຄະນະປະຕິບັດງານຂອງທະຫານເຮືອປະຊາຊົນຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຝຶກຊ້ອມຢູ່ທ່າກໍາປັ່ນ, ເຂົ້າຮ່ວມໂຄງການການແພດປະຊາຄົມ ແລະຊ່າງແສງພົນລະເຮືອນ, ແຂ່ງຂັນກິລາ, ສະແດງສິລະປະ... ຜ່ານນັ້ນສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບຂອງຫວຽດນາມ, ສ້າງຮູບພາບສວຍງາມ, ສະໜິດສະໜົມ ແລະມິດຕະພາບຂອງປະເທດຊາດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ໃນສາຍຕາເພື່ອນມິດສາກົນ. ພ້ອມທັງ, ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ແລະການພົວພັນຮ່ວມມືລະຫວ່າງທະຫານເຮືອປະຊາຊົນຫວຽດນາມ ກັບທະຫານເຮືອ ອິນໂດເນເຊຍ ແລະບັນດາປະເທດເຂົ້າຮ່ວມ; ປະກອບສ່ວນປັບປຸງ ແລະຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນໄວ້ຢ່າງໝັ້ນຄົງ.

leftcenterrightdel
ບັນດານັກຮົບໃນກໍາປັ່ນໂຮງໝໍໝາຍເລກ 561 ເຮັດໜ້າທີ່ເມື່ອກໍາປັ່ນເຂົ້າທຽບທ່າ. ພາບ: ມີ໊ແຮ້ງ.
leftcenterrightdel
ນາຍທະຫານສື່ສານ ອິນໂດເນເຊຍ ແລກປ່ຽນກັບສະມາຊິກຄະນະປະຕິບັດງານຢູ່ຫ້ອງບັນຊາກໍາປັ່ນໂຮງໝໍໝາຍເລກ 561 ໃນໄລຍະເຂົ້າຮ່ວມການຝຶກຊ້ອມທາງທະເລ.  ພາບ: ມີ໊ແຮ້ງ.

ຜ່ານການເຂົ້າຮ່ວມການຝຶກຊ້ອມ KOMODO  ຄັ້ງທີ 3 ນີ້, ທະຫານເຮືອຫວຽດນາມ ໄດ້ຖອດຖອນບົດຮຽນທີ່ມີຄຸນປະໂຫຍດກ່ຽວກັບວຽກງານຈັດຕັ້ງ, ບໍລິຫານການຝຶກຊ້ອມທະຫານເຮືອຫຼາຍຝ່າຍໃນສະພາບການຫວຽດນາມ ຈະກາຍເປັນປະເທດເຈົ້າພາບໃນປີ 2020.

 

ແປໂດຍ: ເຈິ່ນຮວ່ຽນ