ຕາມທ່ານພັນເອກພິເສດ ຫງວຽນດຶກນາມ, ຮອງຜູ້ອໍານວຍການວິທະຍາຄານທະຫານເຮືອຫວຽດນາມ - ຫົວໜ້າຄະນະປະຕິບັດງານ, ການເດີນທາງຄັ້ງນີ້ບັນລຸໄດ້ຕາມຈຸດປະສົງ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ. ໝາກຜົນຂອງການເດີນທາງໄດ້ປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງກອງທັບ, ທະຫານເຮືອຫວຽດນາມ ກັບກອງທັບ, ທະຫານເຮືອກໍາປູເຈຍ ແລະໄທ, ຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນກັບທະຫານເຮືອບັນດາປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຂອງພາກພື້ນຢ່າງມີປະສິດທິຜົນ.

ການໄປປະຕິບັດການຝຶກແອບທາງທະເລເປັນເວລາໜຶ່ງເດືອນໄດ້ປະກອບສ່ວນຍົກສູງຄວາມສາມາດບັນຊາ, ແກ້ໄຂບັນດາສະພາບການຕົວຈິງ, ສົມທົບກັບການລາດຕະເວນ, ກໍາແໜ້ນສະພາບການຢູ່ທະເລສໍາລັບນັກສໍາມະນາກອນບໍາລຸງສ້າງນາຍທະຫານເຮືອ ຊຸດທີ 58 ກ່ອນທີ່ຈະຮຽນຈົບອອກຈາກໂຮງຮຽນ.

ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບການເຄື່ອນໄຫວຂອງພະນັກງານ, ຄູອາຈານ, ນັກສໍາມະນາກອນວິທະຍາຄານທະຫານເຮືອຢູ່ທ່າກ່ຳປັ່ນທະຫານ ຍາຈາງ.

leftcenterrightdel
ເຮືອສະເພົາໝາຍເລກ 286 - ເລກຸ໋ຍດົນ ກະກຽມເຂົ້າທຽບທ່າ. ພາບ: ຢຸຍຮົ່ງ.
leftcenterrightdel
 ບັນດາສະມາຊິກຂອງຄະນະປະຕິບັດງານທຳຄວາມເຄົາລົບທ່າກໍາປັ່ນ. ພາບ: ຢຸຍຮົ່ງ.
leftcenterrightdel
ບັນຍາກາດເຮືອສະເພົາໝາຍເລກ 286 ຢູ່ທ່າກ່ຳປັ່ນທະຫານ ຍາຈາງ. ພາບ: ຢຸຍຮົ່ງ.
leftcenterrightdel
ຫົວໜ້າຄະນະປະຕິບັດງານ ຂ່ຳນັບລາຍງານຜູ້ຕາງໜ້າວິທະຍາຄານທະຫານເຮືອຫວຽດນາມ. ພາບ: ຢຸຍຮົ່ງ.

 

ແປໂດຍ: ເຈິ່ນຮວ່ຽນ