ທີ່ການຕ້ອນຮັບ, ທ່ານ Lee Hwang Kyu ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນໃນການຢ້ຽມຢາມ ແລະເຮັດວຽກກັບກອງບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ແລະກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ. ໃນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບບັນດາມາດຕະການຜັນຂະຫຍາຍການຮ່ວມມືໃນໄລຍະຈະມາເຖິງ ຄື: ການແລກປ່ຽນບົດຮຽນໃນການຝຶກແອບ, ການບໍາລຸງສ້າງ, ການແລກປ່ຽນຄະນະຜູ້ແທນ.

leftcenterrightdel
ທ່ານພົນຕີ ໂດ໊ກັນ ແລກປ່ຽນຄໍາຄິດເຫັນກັບທ່ານ Lee Hwang Kyu. ພາບ: ວັນຮ໋ຽວ.
leftcenterrightdel
ທ່ານພົນຕີ ໂດ໊ກັນ ມອບຂອງຂວັນທີ່ລະນຶກ ໃຫ້ທ່ານ Lee Hwang Kyu. ພາບ: ວັນຮ໋ຽວ.

ທ່ານພົນຕີ ໂດ໊ກັນ ຢ້ັງຢືນວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ສ.ເກົາຫຼີ ໃນຊຸມປີຜ່ານມາໄດ້ມີການພັດທະນາຢ່າງສະດວກ. ທ່ານພົນຕີ ໂດ໊ກັນ ກໍ່ເນັ້ນໜັກເຖິງຄວາມສໍາຄັນຂອງເລື່ອງຜັນຂະຫຍາຍກົນໄກແລກປ່ຽນຄະນະຜູ້ແທນ ແລະຢ້ຽມຢາມມິດຕະພາບລະຫວ່າງກອງທັບສອງປະເທດເປັນປະຈໍາປີ ເພື່ອແນໃສ່ຊ່ວຍພົນທະຫານສອງປະເທດມີເງື່ອນໄຂພົບປະ, ຊອກຮູ້ກ່ຽວກັບກອງທັບ, ວັດທະນະທໍາ ແລະຮີດຄອງປະເພນີຂອງກັນ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ.

 

ແປໂດຍ: ທູຈາງ