ທີ່ການຕ້ອນຮັບທ່ານພົນໂທ ຫງວຽນຈິວິ້ງ ຢືນຢັນວ່າ, ການນຳກະຊວງປ້ອງກັນປະເທດຫວຽດນາມ ຈະສ້າງທຸກເງື່ອນໄຂໃຫ້ຄະນະ SIBAT ພົບປະ, ຊອກຫາກາລະໂອກາດຮ່ວມມືກັບບັນດາກົມກອງທີ່ກ່ຽວຂ້ອງບົນພື້ນຖານເຄົາລົບກົດໝາຍຫວຽດນາມ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສະເໜີໃນໄລຍະຈະມາເຖິງສອງຝ່າຍຄວນແລກປ່ຽນ, ຄົ້ນຄວ້າ, ຊຸກຍູ້ບັນດາ ເນື້ອໃນຮ່ວມມືຄື: ການສຶກສາ-ບຳລຸງສ້າງ, ອຸດສາຫະກຳດ້ານປ້ອງກັນຊາດ.

leftcenterrightdel
ທ່ານພົນໂທ ຫງວຽນຈິວິ້ງ ໃຫ້ການຕ້ອນຮັບທ່ານ Mishel Ben Baruch. ພາບ: ຮວ່າງຫວູ.
leftcenterrightdel
ທ່ານພົນໂທ ຫງວຽນຈິວິ້ງ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Mishel Ben Baruch. ພາບ: ຮວ່າງຫວູ.

ສ່ວນທ່ານ Mishel Ben Baruch ແຈ້ງໃຫ້ທ່ານພົນໂທ ຫງວຽນຈິວິ້ງ ຮັບຊາບຜົນຂອງການເຮັດວຽກກ່ອນໜ້ານັ້ນກັບກົມພົວພັນຕ່າງປະເທດ-ກະຊວງປ້ອງກັນປະເທດຫວຽດນາມ. ຜູ້ອຳນວຍການ SIBAT ຢືນຢັນວ່າ, ຝ່າຍ ອິດສະຣາແອນ ປາດຖະໜາ ແລະກຽມພ້ອມຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດກັບຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດການສຶກສາ-ບຳລຸງສ້າງ, ອຸດສາຫະກຳດ້ານປ້ອງກັນຊາດ.

ແປໂດຍ: ກວຽດເຕີມ