ທີ່ການຕ້ອນຮັບ, ທ່ານພົນໂທ  ຟ້າມຫງອກມິງ ເນັ້ນໜັກວ່າ, ປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈໍາການສະໜັບສະໜູນ, ການຊ່ວຍເຫຼືອທັງດ້ານວັດຖຸ ແລະຈິດໃຈ ເຊິ່ງ ພັກ, ລັດ ແລະປະຊາຊົນກູບາອ້າຍນ້ອງຍາມໃດກໍ່ຄຽງບ່າຄຽງໄຫຼ່, ສະຫງວນໃຫ້ຫວຽດນາມ ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດຂອງການຕໍ່ສູ້ປົດປ່ອຍຊາດ.

leftcenterrightdel
ທ່ານພົນໂທ  ຟ້າມຫງອກມິງ ຕ້ອນຮັບທ່ານ Antonio Guerrero Rodriguez. ພາບ: ຮວ່າງຫວູ໊.

ທ່ານພົນໂທ ຟ້າມຫງອກມິງ ແລະທ່ານ Antonio Guerrero Rodriguez, ສະແດງຄວາມພາກພູມໃຈເມື່ອເຫັນວ່າສາຍພົວພັນອ້າຍນ້ອງທີ່ເປັນແບບຢ່າງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຄວາມສາມັກຄີສັດຊື່ບໍລິສຸດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ກູບາ ໂດຍປະທານ Fidel Castro, ປະທານ ໂຮ່ຈິມິນ ເປັນຜູ້ກໍ່ຕັ້ງ, ໃນຊຸມປີຜ່ານມາໄດ້ຮັບການປັບປຸງ ແລະພັດທະນາໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານ Antonio Guerrero Rodriguez ມອບຮູບພາບທ່ານ Raul Castro Ruz ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານສະພາແຫ່ງລັດ ແລະສະພາລັດຖະມົນ ຕີ ກູບາ ໃຫ້ທ່ານພົນໂທ  ຟ້າມຫງອກມິງ. ພາບ: ຮວ່າງຫວູ໊.

ປີ 2018 ເປັນຂີດໝາຍ 45 ປີແຫ່ງວັນຜູ້ບັນຊາການສູງສຸດ Fidel Castro ມາຢ້ຽມຢາມຫວຽດນາມເປັນຄັ້ງທຳອິດ ແລະຢ້ຽມຢາມເຂດປົດປ່ອຍ ກວາງຈີ້ (9-1973/9-2018), ຍ້ອນແນວນັ້ນ, ທ່ານພົນໂທ  ຟ້າມຫງອກມິງ ແລະທ່ານ Antonio Guerrero Rodriguez ຖືວ່ານີ້ແມ່ນໂອກາດເພື່ອໃຫ້ສອງພັກ, ສອງປະເທດເພີ່ມທະວີວຽກງານການສຶກສາ, ໂຄສະນາເພື່ອໃຫ້ຄົນຮຸ່ນໜຸ່ມ ແລະປະຊາຊົນສອງປະເທດກ່ຽວກັບການພົວພັນອ້າຍນ້ອງແບບພິເສດຫວຽດນາມ-ກູບາ.

 

ແປໂດຍ: ເຈິ່ນຮວ່ຽນ